ແຂວງເຊກອງປັບຂຶ້ນລາຄານໍ້າປະປາ ຄົວເຮືອນ +1.560ກີບ/ແມັດກ້ອນ ແລະ ພາກທຸລະກິດ +3.165 ກີບ/ແມັດກ້ອນ

ທ່ານ ສີໃສ ທອງຂຳ ຮອງອຳນວຍການລັດວິສາຫະກິດນ້ຳປະປາແຂວງເຊກອງລາຍງານ ຕໍ່ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານ ເພື່ອການຈັດຕັ້ງປະຕິບັດການດັດປັບລາຄານ້ຳປະປາ ຕາມແຜນດຳເນີນທຸລະກິດປີ 2019-2023 ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2022 ຜ່ານມານີ້ວ່າ:

ລັດວິສາຫະກິດບໍລິການນ້ຳປະປາແຂວງເຊກອງ ມີພື້ນທີ່ບໍລິການຢູ່ 4 ຕົວເມືອງ, ປະຊາກອນໄດ້ເຂົ້າເຖິງການບໍລິການ 37 ພັນກວ່າຄົນ, ກວມ 70% ຂອງປະຊາກອນໃນຕົວເມືອງ.

ສຳລັບໂຄງສ້າງລາຄານ້ຳປະປາທີ່ສະເໜີດັດປັບປີ 2020-2023 ປະກອບມີ: ປີ 2019 ລາຄາສະເລ່ຍຄົວເຮືອນ 3.450 ກີບຕໍ່ແມັດກ້ອນ, ສຳນັກງານອົງການຂອງລັດ ແລະທຸລະກິດ-ການຄ້າ- ການບໍລິການອຸດສາຫະກຳ-ໂຮງແຮມ 5.300 ກີບຕໍ່ແມັດກ້ອນ, ປີ 2023 ລາຄາສະເລ່ຍຄົວເຮືອນເພີ່ມຂຶ້ນຈາກ 3.450 ກີບ ໃນປີ 2019 ເປັນ 5.100 ກີບຕໍ່ແມັດກ້ອນ, ສຳນັກງານອົງການຂອງລັດ ແລະທຸລະກິດ-ການຄ້າ- ການບໍລິການອຸດສາຫະກຳ-ໂຮງແຮມ ເພີ່ມຂຶ້ນຈາກ 5.300 ກີບຕໍ່ແມັດກ້ອນ ເປັນ 8.465 ກີບຕໍ່ແມັດກ້ອນ.

ຜົນໄດ້ຮັບຈາກການດຳເນີນທຸລະກິດຂາຍນ້ຳ ປີ 2019 ໄດ້ 4 ຕື້ກ່ວາກີບ, ຄາດຄະເນປີ 2023 ໃຫ້ໄດ້ຫຼາຍກ່ວາ 9 ຕື້ກີບ, ຄາດໝາຍຜົນໄດ້ຮັບຂອງການສ້າງແຜນດຳເນີນທຸລະກິດ,ຈະສູ້ຊົນເພີ່ມມູນຄ່າຂອງຊັບສິນຈາກ 52 ຕື້ໃນປີ 2019 ເປັນ 94 ຕື້ໃນປີ 2023, ເພີ່ມອັດຕາການເຂົ້າເຖິງການບໍລິການຂອງປະຊາກອນຈາກ 70% ໃນປີ 2019 ໃຫ້ໄດ້ 74% ໃນປີ 2023, ເພື່ອແນໃສ່ເຮັດໃຫ້ບັນລຸຕາມເປົ້າໝາຍຂອງລັດຖະບານວາງໄວ້ໃຫ້ໄດ້ 90% ໃນປີ 2030.