ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈຳປາສັກດຳເນີນກອງປະຊຸມປະຈຳປີ 2019

ກອງປະຊຸມປະຈຳປີ 2019 ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 6 ມັງກອນນີ້ ທີ່ສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ປະທານສະພາປະຊາຊົນແຂວງຈຳປາສັກ, ມີສະມາຊິກສະພາແຫ່ງຊາດປະຈຳເຂດ ແລະ ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ.
ທ່ານ ເມກສະຫັວນ ພົມພິທັກ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫຼາຍ ເພື່ອສະຫຼຸບຕິລາຄາວຽກງານການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດໃນໄລຍະ 1 ປີຜ່ານມາ ແລະ ກໍານົດທິດທາງແຜນການປີ 2020, ພ້ອມນີ້ຍັງໄດ້ຜ່ານບົດລາຍງານການຕິດຕາມກວດກາໂຮງງານເຄືອແຫມຢູ່ເມືອງປະທຸມພອນ, ຜ່ານບົດລາຍງານຕິດຕາມກວດກາການແກ້ໄຂຄຳຮ້ອງທຸກຂອງປະຊາຊົນ, ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນອື່ນໆ ເພື່ອສ້າງເງື່ອນໄຂໃຫ້ແກ່ການເປີດກອງປະຊຸມສະໄໝສາມັນເທຶ່ອທີ VIII ຂອງສະພາປະຊາຊົນແຂວງຊຸດທີ 1 ທີ່ຈະໄຂຂຶ້ນໃນວັນທີ 7-9 ມັງກອນນີ້ອີກດ້ວຍ.
