ລາວ-ຣັດເຊຍ-ເບລາຣຸດ ສົ່ງເສີມການຮ່ວມມືຫລາຍດ້ານ

ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສຸພັນ ແກ້ວມີໄຊ ພ້ອມຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະ ກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກລາວ-ຣັດເຊຍຄັ້ງທີ XIII ທີ່ນະຄອນຫລວງມົດສະກູ, ປະເທດຣັດເຊຍ ແລະ ກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະກິດ-ການຄ້າລາວ-ເບລາຣຸດຄັ້ງທີ III ທີ່ນະຄອນຫລວງມີນ, ປະເທດເບລາຣຸດ.
ສໍາລັບກອງປະຊຸມຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກລາວ-ຣັດເຊຍຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລືຫລາຍບັນຫາສໍາຄັນ ເປັນຕົ້ນ: ອຸດສະຫະກໍາ-ການຄ້າ, ພະລັງງານ, ໄອທີ ແລະ ການສື່ສານ, ວິທະຍາສາດ ແລະ ການສຶກສາ, ຄົມມະນາຄົມ ແລະ ການຂົນສົ່ງ, ກະສິກໍາ ແລະ ພະລັງງານນິວເຄລຍ. ນອກຈາກນີ້ໃນລະຫວ່າງການພົບປະວົງແຄບ, ສອງຝ່າຍຍັງໄດ້ປຶກສາຫາລືບາງບັນຫາພົ້ນເດັ່ນຄື: ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການເຊກອງ 5, ການດໍາເນີນທຸລະກິດຂອງບໍລິສັດບີລາຍ, ການຊົດເຊີຍຂອງເຂດເສດຖະກິດພິເສດວັງເຕົ່າໃຫ້ແກ່ບໍລິສັດ ແກລນດີພອດ (Grandepot), ຄວາມຄືບໜ້າການສໍາຫລວດດ້ານທໍລະນີສາດຢູ່ແຂວງໄຊສົມບູນໃນພື້ນທີ່ 300 ເຮັກຕາ, ລວມເຖິງຄວາມເປັນໄປໄດ້ໃນການສົ່ງນໍ້າມັນຈາກປະເທດຣັດເຊຍມາລາວ.
ສໍາລັບກອງປະຊຸມຄະນະກໍາມາທິການຮ່ວມມືລາວ-ເບລາຣຸດ ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ການຜະລິດ (Manufa ctu ring), ການເງິນ ແລະ ການທະນາຄານ, ພະລັງງານ, ການຂົນສົ່ງ, ສາທາລະນະສຸກ ແລະ ການຢາ, ວິທະຍາສາດ ແລະ ເຕັກນິກ, ການສ້າງຫ້ອງທົດລອງແຮ່ທາດຢູ່ລາວ, ດ້ານຊັບພະຍາກອນທໍາມະຊາດ ແລະ ການປົກປ້ອງສິ່ງແວດລ້ອມ, ການສຶກສາ ແລະ ການຮ່ວມມືລະຫວ່າງຂົງເຂດ ແລະ ຕົວເມືອງອື່ນໆອີກ.

