ເນັ້ນໃຫ້ກົມກວດກາປ່າໄມ້ ສືບສວນສອບສວນເສັ້ນທາງການເງິນຂອງຜູ້ກະທຳຜິດ ໃນການລັກລອບຕັດ ແລະ ຂຸດຄົ້ນໄມ້

ວັນທີ 16 ມັງກອນ 2024, ໃນໂອກາດເປັນປະທານ ກອງປະຊຸມສະຫລຸບຖອດຖອນບົດຮຽນ ວຽກງານກວດກາປ່າໄມ້ທົ່ວປະເທດ ປະຈໍາປີ 2023 ແລະ ກໍານົດທິດທາງແຜນການ ປະຈໍາປີ 2024, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ມີຄຳເຫັນເນັ້ນໃຫ້ ກົມກວດ ກາປ່າໄມ້ ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້, ທີ່ດິນ, ສັດນ້ຳ ສັດປ່າ ແລະ ເຄື່ອງປ່າຂອງດົງ, ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດຄຳສັ່ງເລກທີ11/ນຍ ມີເຫດການອັນໃດກໍຕ້ອງລາຍງານໃຫ້ການນຳທຸກຂັ້ນ ໂດຍສະເພາະ ການນຳກະຊວງ ການນຳກົມ ໃນການກວດກາ ແລະ ດຳເນີນຄະດີໃຫ້ທັນເວລາ,
ຄຽງຄູ່ກັນນີ້ກໍ່ຫັນເອົາເຈົ້າໜ້າທີ່ປ່າໄມ້ ລົງໄປປະຈຳຢູ່ເຂດປ່າສະຫງວນແຫ່ງຊາດ ແລະ ອຸທິຍານແຫ່ງຊາດ, ເພີ່ມທະວີຄວາມເຂັ້ມງວດໃນການຈັ້ດຕັ້ງປະຕິບັດສົນທິ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ສ້າງ ແລະ ປັບປຸງລະບົບຕິດຕາມກວດກາການຂຸດຄົ້ນໄມ້, ຕັດໄມ້ ແລະ ບຸກລຸກທີ່ດິນປ່າໄມ້ ແລະ ການທຳລາຍປ່າໄມ້ໃຫ້ມີປະສິດທິພາບ, ເອົາໃຈໃສ່ສືບສວນສອບສວນເສັ້ນທາງການເງິນຂອງຜູ້ກະທຳຜິດ ດ້ວຍການລັກລອບຕັດໄມ້, ຂຸດຄົ້ນໄມ້, ການລ່າສັດນ້ຳ, ສັດປ່າ, ການຊື້ຂາຍ, ການເຄື່ອນຍ້າຍໄມ້, ການບຸກລຸກຈັບຈອງທີ່ດິນປ່າໄມ້ ມາດຳເນີນຄະດີຕາມລະບຽບກົດໝາຍພ້ອມທັງລາຍງານໃຫ້ກົມຮັບຊາບ ເປັນແຕ່ລະອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ.

