ນັກເຕະລົງຄະແນນສຽງເປັນເອກະພາບແລ້ວ ໃຫ້ຈັດບານໂລກທຸກໆ 4 ປີ

 

ສະຫະພັນບານເຕະນາໆຊາດ ຫລື (FIFA) ຫນ້າແຕກໄປຕາມລະບຽບ ຫລັງຜົນຄະແນນສຽງຂອງນັກເຕະສຽງສ່ວນຫລາຍຕ້ອງການໃຫ້ການແຂ່ງຂັນເຕະບານໂລກແຂ່ງຂັນກັນທຸກໆ 4 ປີຄືເກ່ົາ ເຖິງວ່າອົງານບານເຕະໂລກຈະພະຍາຍາມທຸກວິທີທາງໃຫ້ມີການເຕະກັນຢ່າງທຸກໆ 2 ປີ.

ທີ່ຜ່ານມາສະຫະພັນບານເຕະຂອງງຫລາຍທະວີບພາກັນຕໍ່ຕ້ານແຜນຂອງ ຈານນີ ອິນຟານຕີໂນ ປະທານຟີຟາມາໂດຍຕະຫລອດ ເນື່ອງຈາກມີິຄວາມເຫັນກົງກັນວ່າ ການແຂ່ງຂັນແບບຖີ່ຂອງບານໂລກນັ້ນ ສົ່ງຜົນຮ້າຍຕໍ່ສະພາບຮ່າງກາຍຂອງນັກເຕະທີ່ຕ້ອງລົງສະຫນາມຫລາຍຂຶ້ນຫລັງຈົບລະດູູການໃນລີກ.

ຕໍ່ກໍລະນີດັ່ງກ່າວ ຫລ້າສຸດ ສະຫະພາບນັກເຕະ ຫລື (FIFPRO) ໄດ້ເປີດເຜີຍຜົນສຳຫລວດຄວາມຄິດເຫັນຂອງນັກເຕະຊາຍອອກມາແລ້ວ ຈາກການສອບຖາມລະຫວ່າງເດືອນພະຈິກ-ທັນວາທີ່ຜ່ານມາ ເຊິ່ງໄດ້ຂໍ້ສະຫລຸບວ່າ 75% ຕ້ອງການໃຫ້ບານໂລກເຕະກັນທຸກໆ 4 ປີຄືເກ່ົາ ເນື່ອງຈາກເບິ່ງວ່າການເຕະທຸກໆ 2 ປີ ຈະກະທົບຕໍ່ຕາຕະລາງແຂ່ງຂັນບານລີກຂອງປະເທດ.

ມີການເປີດເຜີຍວ່າຜົນສຳຫລວດເກີດຈາກການສອບຖາມນັກເຕະກວ່າ 1,000 ຄົນຈາກຫົກທະວີບ ຫລາຍກວ່າ 70 ຊາດ ເຊິ່ງ 77% ຂອງນັກເຕະໃນເອເຊຍ ແລະ ຢູໂຣບຕໍ່ຕ້ານແຜນຂອງຟີຟາ ຂະນະທີ່ 63% ແລະ 49% ຂອງນັກເຕະໃນອາເມລິ ແລະ ແອຟຣິກາ ຕ່າງກໍບໍ່ເຫັນດີກັບແຜນຂອງໂຄງການຈັດບານໂລກທຸກໆ 2 ປີ ຫລື ລວມແລ້ວທຽບໄດ້ເປັນທຸກໆ 4 ຄົນ ຈະມີນັກເຕະ 3 ຄົນທີ່ລົງຄະແນນຕໍ່ຕ້ານແຜນຂອງຟີຟາ.

‘‘ ຜົນສຳຫລວດຂອງນັກເຕະສະແດງໃຫ້ເຫັນວ່ານັກເຕະສ່ວນຫລາຍທົ່ວໂລກແນ່ນອນວ່າມັກການຈັດບານໂລກທຸກໆ 4 ປີ ຫລາຍກວ່າ 2 ປີ ຂະນະດຽວກັນ ນັກເຕະເປັນກັງວົນຕໍ່ຄວາມສຳຄັນຂອງບານເຕະລີກນຳອີກ ’’ ໂຍນາສ ເບເຢີ ຮອບມັນ ເລກຂາທິການສະພາບນັກເຕະເປີດເຜີຍເມື່ອວັນທີ 15 ກຸມພາຜ່ານມາ.

ກ່ອນຫນ້ານີ້ ຟີຟາ ຖືກຕໍ່ຕ້ານມາແລ້ວຈາກທັງ ສະຫະພັນບານເຕະຢູໂຣບ ( EUFA ), ສະມາຄົມສະໂມສອນຢູໂຣບ ( ECA ) ແລະ ລີກຢູໂຣບ ແລະ ເມື່ອອາທິດກ່ອນ ມາກ ບັລລິ່ງແຮມ ຜູ້ອຳນວຍການບານເຕະ ( FA ) ໄດ້ຢືນຢັນເຊ່ັນດຽວກັນວ່າ ເຕະບານໂລກທຸກໆສອງປີ ບໍ່ແມ່ແນວຄິດທີ່ດີສຳລັບທັງບານເຕະຊາຍ ແລະ ຍິງ.

ແນວໃດກໍຕາມ ອິນຟານຕີໂນ ໃຫ້ສຳລັບເດືອນທັນວາຍັງຫມັ້ນໃຈເຕັມຮ້ອຍວ່າຈະໄດ້ຮັບການສະຫນັບສະຫນູນແຜງດຶງກ່າວໃນທີ່ສຸດ.