ລີເວີພູ ຄວ້າແຊ້ມຢູຟາ ສະໄໝທີ 6

ໃນເວລາ 02:00 ຂອງວັນທີ 2 ມິຖຸນານີ້, ສະໂມສອນ ລີເວີພູ ຄວ້າແຊ້ມບານເຕະຢູຟາ ແຊ້ມປ້ຽນລີກ ລະດູການ 2018-2019 ທີ່ສະໜາມວ່ານຕ໋າ ເມໂທຣໂປລິຕາໂນ ປະເທດສະເປນ, ພາຍຫລັງເອົາຊະນະສະໂມສອນ ສະເປີ ໃນນັດຊີງຊະນະເລີດ 2-0 ຈາກປະຕູຈຸດໂທດຂອງ ໂມຮາເມັດ ຊາລາ ນາທີທີ່ 2 ແລະ ດີວັອກໂຮຣິກີ ຕົວສໍາຮອງ ນາທີທີ່ 87 ສາມາດຄວ້າແຊ້ມໄດ້ເປັນສະໄໝທີ 6.




