ປະທານບານເຕະຢູໂຣບ ປະກາດແຈກປີ້ນັດຊີງຊະນະເລີດຢູຟາແຊ໊ມປຽນລີກ 1 ຫມື່ນໃບ

ປະທານບານເຕະຢູໂຣບ ຫລື EUFA ເປີດເຜີຍຂ່າວດີວ່າ ກຽມແຈກປີ້ເຂົ້າຊົມເກມນັດຊີງຊະນະເລີດບານເຕະ ຢູຟາ ແຊ໊ມປຽນລີກ ໃນລະດູການນີ້ໃຫ້ກັບແຟນບານທີມລະ 5,000 ໃບ ເພື່ອເປັນການຂອບໃຈທີ່ຮ່ວມກັນຜ່ານຜ່າວິກິດໂຄວິດ-19 ໃນໄລຍະຜ່ານມາ.

ອາເລັກຊານເດີ ເຊເຟຣິນ ປະທານສະຫະພັນບານເຕະແຫ່ງຊາດຢູໂຣບ ຫລື EUFA  ເປີດເຜີຍວ່າ ແຜນການດັ່ງກ່າວເປັນສ່ວນຫນ່ຶງຂອງການສົມມະນາຄຸນແຟນບານ ດ້ວຍການແຈກໃຫ້ລ້າໆປີ້ເຂົ້າຊົມນັດຊີງຊະນະເລີດໃນທຸກລາຍການທີ່ຢູຟາເປັນເຈົ້າພາບຕະຫລອດລະດູການນີ້ ຈຳນວນຫລາຍກວ່າ 30,000 ໃບ ເຊິ່ງລວມໄປເຖິງນັດຊີງຊະນະເລີດ ຢູໂຣປາລີກ ແລະ ຢູໂຣປາ ຄອນເຟີເຣນ ລີກ ນຳອີກ.

‘‘ ແຟນບານປຽບເຫມື່ອນເສັ້ນເລືອດໃຫຍ່ຂອງການແຂ່ງຂັນ ແລະເຮົາຄິດວ່ານີ້ຫນ້າຈະເປັນວິທີການທີ່ດີທີ່ສຸດໃນການເນັ້ນຫນັກຄວາມຍາກລຳບາກຂອງພວກເຮົາ ຕະຫລອດໄລຍະ 2 ປີທີ່ຜ່ານມາ ແລະເພື່ອຕອບແທນການສະຫນັບສະຫນູນທີມ ເຖິງວ່າຈະຕ້ອງຢູ່ຫ່າງຈາກເກມໃນສະຫນາມ ເພາະວິກິດໂຄວິດ-19 ’’,

‘‘ ຢ່າງທີ່ເຮົາຮູ້ກັນດີ ແຟນບານຄືສ່ວນສຳຄັນໃນການພັດທະນາບານເຕະ ເຮົາຕ້ອງເຮັດໃຫ້ແນ່ໃຈວ່າແຟນບານພັນແທ້ ແລະ ຫນຽວແຫນ້ນຂອງທີມຈະສາມາດເຂົ້າເຖິງໄລຍະເວລາແຫ່ງປະຫວັດສາດຂອງທີມຮັກໄດ້ ພາຍໃຕ້ລາຄາທີ່ສາມາດຄອບຄອງໄດ້ ’’ ປະທານຢູຟາ ກ່າວປິດທ້າຍ.

ສຳລັບແຜນການດັ່ງກ່າວ ຢູຟາຈະແຈກປີ້ເຂົ້າຊົມເກມນັດຊີງຊະນະເລີດຢູຟາລະດູການ 2021-22 ທີ່ສະຫນາມເຄຣສະຕອບສະກີ ທີ່ຣັສເຊຍ ໃຫ້ກັບແຟນບານຂອງທີມລະ 5,000 ໃບ ພ້ອມເນັ້ນວ່າປີ້ດັ່ງກ່າວຕ້ອງຕົກເຖິງແຟນບານຢ່າງທົ່ວເຖິງ ໂດຍບໍ່ມີການແບ່ງປີ້ແຈກລ້າໆນີ້ໄປໃຫ້ກັບຜູ້ສະຫນັບສະຫນູນ ຫລື ສ່ວນອື່ນທີ່ບໍ່ກ່ຽວຂ້ອງ.