ເນມາ ປະຕິເສດຕໍ່ສັນຍາໃໝ່ PSG

ເນມາ ປະຕິເສດທີ່ຈະຕໍ່ ສັນຍາໃໝ່ກັບ ປາຣີສ ແຊງ- ແຊກແມງ ເພື່ອຫວັງຈະຍ້າຍ ກັບມາ ບາເຊໂລນາ ໃນອະ ນາຄົດ.
ດາວເຕະທີມຊາດເບຣ ຊິນ ຍ້າຍຈາກບາເຊໂລນາ ມາຮ່ວມທີມປາຣີສ ແຊງ- ແຊກແມງ ໃນປີ 2017 ດ້ວຍ ຄ່າຕົວສະຖິຕິໂລກ 222 ລ້ານ ເອີໂຣ ແຕ່ໃນໄລຍະຜ່ານມາ ລາວສະແດງຄວາມຕ້ອງ ການຊັດເຈນວ່າຕ້ອງການ ຍ້າຍທີມ ກັບໄປຮ່ວມທັບບາ ຊາ ແລະ ເຖິງວ່າຈະມີຂ່າວ ຍ້າຍທີມຢ່າງໜັກ ແຕ່ PSG ຍັງພະຍາຍາມຈະຂະຫຍາຍ ສັນຍາຂອງ ເນມາ ທີ່ເຫລືອ ຈົນຮອດປີ 2022 ອອກໄປ ອີກ ດ້ວຍການເປີດເຈລະຈາ ກັບພໍ່ຂອງ ເນມາ ໄປເປັນທີ່ ຮຽບຮ້ອຍ.
ແຕ່ ສະປອດ ລາຍງານ ວ່າ: ເນມາ ຕ້ອງການຍ້າຍ ອອກຈາກທີມ ໂດຍມີ ບາຊາ ເປັນເປົ້າໝາຍຫລັກ ເຮັດໃຫ້ຂໍ້ ສະເໜີທີ່ PSG ຍື່ນໄປຍັງຖືກ ປະຕິເສດ. ຂະນະດຽວກັນ ປາຣີສ ແຊງ-ແຊກແມງ ຍັງ ພະຍາຍາມຕໍ່ສັນຍາກັບນັກ ເຕະຕົວຫລັກຄົນອື່ນໆອອກ ໄປອີກ ທັງ ມາຣຄວິນຢອສ, ຕິອາໂກ້ ຊິລວາ, ໂທມັດ ນູມິ ເຍ ແລະ ມາຣໂກ ແວຣັດຕິ.

