ພັທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກຕຳຫລວດ ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ໃຫ້ຮູ້ວ່າ: ເວລາ 13: 00 ໂມງ, ວັນທີ 9 ກຸມພາ 2022 ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າມີກຸ່ມຄົນເຄື່ອນໄຫວຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ, ພາຍຫລັງໄດ້ຮັບແຈ້ງ ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ສົບທົບກັບ ປກສ ກຸ່ມ 4 ແລະ ອຳນາດການປົກຄອງບ້ານໂພນຕ້ອງຈອມມະນີ ລົງແກ້ໄຂຈຸດຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ສາມາດກັກຕົວ ທ້າວ ແສງແກ້ວ ກວດຄົ້ນ ພົບເຫັນ ຢາບ້າ 11,436 ເມັດ, ຢາໄອ້ 3,1 ກຣາມ ແລະ ທ້າວ ຊ້າງນ້ອຍ ພົບເຫັນ ຢາບ້າ 295 ເມັດ ແລະ
ພວກມົ້ວສຸມເສບອີກ 5 ຄົນ ມາດໍາເນີນຄະດີ.
ຜ່ານການສອບສວນເບື້ອງຕົ້ນ ທ້າວ ແສງແກ້ວ ແລະ ທ້າວ ຊ້າງນ້ອຍ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ພວກຕົນ ໄດ້ເຄື່ອນໄຫວຄ້າຂາຍຢາບ້າ ແລະ ຢາໄອ້ ມາແຕ່ເດືອນກັນຍາ ປີ 2021 ຫຼາຍຄັ້ງ ແລະ ຂອງກາງ ທີ່ເຈົ້າໜ້າທີ່ກວດພົບໃນເວລາເຂົ້າກັກຕົວ ເປັນຂອງພວກກ່ຽວແທ້ ຊື້ນຳຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່ແນ່ນອນ. ປັດຈຸບັນເຈົ້າໜ້າທີ່ ພວກສືບຄົ້ນຫາກຸ່ມແກ້ງຮ່ວມຂະບວນການຄ້າຂາຍຢາເສບຕິດ ເພື່ອນຳຕົວມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ; ຕໍ່ກັບກຸ່ມມົ້ວສຸມທັງ 5 ຄົນເຈົ້າໜ້າທີ່ ໄດ້ສຶກສາອົບຮົມ ແລະ ມອບໃຫ້ຜູ້ປົກຄອງຄຸ້ມຄອງ ແລະ ຄວບຄຸມການປະພຶດຕໍ່ໄປ.