ອິນເຕີ ກ້າທຸ້ມບໍ່ ! ຄອນເຕ້ ເອີ້ນຄ່າເມື່ອຍສຸດໂຫດແລກຄຸມທັບ

ເດລີ ເມລ ສື່ຂອງອັງກິດ ລາຍງານວ່າ: ອັນໂຕນິໂອ ຄອນເຕ້ ເອີ້ນຄ່າເມື່ອຍຈາກ ອິນເຕີ ເປັນຈຳນວນ 9 ລ້ານປອນຕໍ່ປີ ໂດຍຈະເຮັດໃຫ້ລາວເປັນຜູ້ຈັດການທີມທີ່ໄດ້ຄ່າເມື່ອຍຫລາຍທີ່ສຸດຂອງ ເຊເຣຍ ອາ ທັນທີ.
ອັນໂຕນິໂອ ຄອນເຕ້ ຜູ້ຈັດການທີມວ່າງວຽກຄົນດັງ ຕ້ອງການຄ່າເມື່ອຍຫລັງຫັກພາສີແລ້ວຈາກ ອິນເຕີ ມິລານ ສະໂມສອນດັງແຫ່ງ ກັລໂຊ ເຊເຣຍ ອາ ອີຕາລີ ສູງເຖິງປີລະ 9 ລ້ານປອນ ເພື່ອແລກກັບການທີ່ລາວຈະໄປເປັນຄູຝຶກໃຫ້ທີມ.
ນັບແຕ່ຖືກ ເຊລຊີ ປົດອອກຈາກຕຳແໜ່ງໃນຊ່ວງໜ້າຮ້ອນຜ່ານມາ ຄອນເຕ້ ກໍບໍ່ໄດ້ໄປຄຸມທີມໃດອີກ ແຕ່ລາວກໍເປັນຈຸດສົນໃຈຂອງຫລາຍທີມ ຫລັງຈາກມີປະສົບການທີ່ດີ ແລະ ອິນເຕີ ຄືໜຶ່ງໃນສະໂມສອນທີ່ຕ້ອງການລາວຢູ່.
ເຖິງຢ່າງໃດກໍຕາມ ຄອນເຕ້ ບໍ່ໄດ້ກຳນົດໃຫ້ການກັບໄປເຮັດວຽກໃນອີຕາລີເປັນເປົ້າໝາຍອັນດັບ 1 ຂອງລາວ ແລະ ບອກກັບ ອິນເຕີ ວ່າຈະຍອມພິຈາລະນາໄປເປັນຜູ້ຈັດການທີມນັ້ນ ຖ້າໄດ້ຄ່າເມື່ອຍຫລັງຫັກພາສີແລ້ວ 9 ລ້ານປອນຕໍ່ປີ ເຊິ່ງຖ້າເປັນແນວນັ້ນແທ້ ຈະເຮັດໃຫ້ລາວເປັນຜູ້ຈັດການທີມທີ່ໄດ້ຮັບຄ່າເມື່ອຍສູງທີ່ສຸດໃນ ເຊເຣຍ ອາ ທັນທີ.
ທັງນີ້ ມັສຊິມິເລຍໂນ່ ອັລເລກຣີ ຄູຝຶກ ຢູເວນຕຸສ ເຊິ່ງພາທີມຄວ້າແຊ້ມມາຄອງໄດ້ເປັນກອບເປັນກຳ ຄືຜູ້ຈັດການທີ່ໄດ້ຮັບຄ່າເມື່ອຍຫລາຍທີ່ສຸດຂອງ ເຊເຣຍ ອາ ໃນຕອນນີ້ ຫລັງຈາກລາວຮັບຢູ່ປະມານ 6,5 ລ້ານປອນຕໍ່ປີ.
