ເມືອງສັງທອງ ນຳໃຊ້ຫລາຍທ່າແຮງເພື່ອການພັດທະນາ

ຈາກຫລາຍທ່າແຮງບົ່ມຊ່ອນ ເລີ່ມຈາກການເປັນເຂດແດນລະຫວ່າງ ນະຄອນຫລວງວຽງຈັນ ກັບ ແຂວງວຽງຈັນ, ເປັນເມືອງຊາຍແດນລະຫວ່າງປະເທດ, ການມີພູພະນັງທີ່ເນັ່ງຍາວຢຽດ ເຊື່ອມຕໍ່ຫລາຍແຂວງ ແລະ ເປັນເສັ້ນທາງຜ່ານທະລຸກັບອີກຫລາຍເມືອງນັ້ນ, ເມືອງສັງທອງໃນປັດຈຸບັນ ມີຫລາຍສິ່ງພັດທະນາພົ້ນເດັ່ນບໍ່ວ່າຈະເປັນການບໍລິການຄ້າຂາຍຜົນຜະລິດກະສກຳຂອງກະສິກອນ, ເຄື່ອງຈັກສານຂອງຊ່າງຫັດ ຖະກຳ ແລະ ການບໍລິການການທ່ອງທ່ຽວ.

ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງໆສັງທອງ ນະຄອນຫລວງວຽງຈັນ ກ່າວວ່າ: ຜ່ານມາພວກເຮົາ ໄດ້ສຸມໃສ່ພັດທະນາ 3 ເຂດໃຫຍ່ເປັນຫລັກຄື ເຂດພັດທະນາທີ 1 ລຽບຕາມສາຍນໍ້າຕອນຕິດພູພະ ນັງ ໂດຍກວມ 16 ບ້ານ ທັງກໍານົດເປັນເຂດກະສິກໍາຕິດພັນກັບການທ່ອງທ່ຽວປະຫວັດສາດ ໂດຍເຂດນີ້ໄດ້ຊຸກຍູ້ສົ່ງເສີມປະຊາຊົນ 282 ຄອບຄົວ ຢູ່ 8 ບ້ານ ຕັ້ງເປັນ 10 ກຸ່ມຜະລິດເຂົ້າອິນຊີ ໃນເນື້ອທີ່ 378 ເຮັກຕາລວມທັງການປູກຜັກປອດສານພິດຂອງບ້ານປາກແຖບ, ປູກພືດລົ້ມລຸກຕ່າງໆໃນເນື້ອທີ່ 175 ເຮັກ ຕາ; ຊຸກຍູ້ສົ່ງເສີມຫັດຖະກໍາຕໍ່າຫູກທໍໄໝ. ນອກນີ້, ຍັງມີສະຖານທີ່ທ່ອງທ່ຽວປະຫວັດສາດເຊັ່ນ: ພັກສະ ເດັດສຸພານຸວົງ ຢູ່ບ້ານນາຂາມ, ອະນຸສອນສະຖານວິລະຊົນສີທອງ ຢູ່ບ້ານນາຫອຍປັງ, ກອງຮ້ອຍຟ້າງຸ່ມ ຢູ່ບ້ານຫີນສິ້ວ. ສ່ວນເຂດພັດທະນາທີ 2 ບົນດສັ້ນທາງເລກ 11 ລຽບຕາມນໍ້າຂອງກວມ 13 ບ້ານ ກໍານົດເປັນເຂດຜະລິດກະສິກໍາ ແລະ ການບໍລິການ ໂດຍສົ່ງເສີມການປູກເຂົ້າ, ປູກພືດລົ້ມລຸກເຊັ່ນ ໝາກ ເຜັດ, ໝາກເຂືອ, ໝາກແຕງ, ໝາກຖົ່ວ, ໝາກສາລີ ໃນເນື້ອທີ່ 291 ເຮັກຕາ ທັງໄດ້ກໍານົດເປັນເຂດຂຸດຄົ້ນແຮ່ທາດ, ໂຮງຈັກໂຮງງານ ແລະ ເຂດພັດທະນາທີ 3 ລຽບຕາມສາຍນໍ້າສັງ ກວມ 6 ບ້ານ ກໍານົດເປັນເຂດກະສິກໍາ ແລະ ການທ່ອງທ່ຽວທໍາມະຊາດ ໂດຍຢູ່ເຂດນີ້ໄດ້ສົ່ງເສີມການປູກເຂົ້າ, ປູກພືດອຸດສາ ຫະກໍາ ແລະ ພືດຜັກເຊັ່ນ: ໝາກເດືອຍ, ໝາກສາລີແຂງ ໃນເນື້ອທີ່ 555 ເຮັກຕາ; ປູກໄມ້ໃຫ້ໝາກເປັນ ຕົ້ນ ລໍາໃຍ, ໝາກມ່ວງ, ໝາກຂາມ ໃນເນື້ອທີ່ 100 ເຮັກຕາ; ປູກໄມ້ອຸດສາຫະກໍາເປັນຕົ້ນ ຢາງພາລາ, ໄມ້ສັກ ແລະ ອື່ນໆ ໃນເນື້ອທີ່ 852 ເຮັກຕາ. ຂະນະດຽວກັນກໍໄດ້ສົ່ງເສີມການລ້ຽງສັດເປັນຟາມ ເປັນ ຕົ້ນ ປາດຖະໜາຟາມ, ທະວີໂຊກຟາມ, ຟາມລ້ຽງໝູຟູຫລົງ ແລະ ສົ່ງເສີມການຕັ້ງກຸ່ມຜະລິດໄມ້ປ່ອງຢູ່ ບ້ານນາປໍ. ນອກນີ້, ຍັງມີແຫລ່ງທ່ອງທ່ຽວທໍາມະຊາດ ເຊັ່ນ: ດອນເຈົ້າ, ດົງປ່າແຕ້, ດົງປ່າແຄນ ແລະ ແຫລ່ງທ່ອງທ່ຽວ ສາຍນໍ້າສັງ.
ຈາກການພັດທະນາຢ່າງມີຈຸດສຸມ ແລະ ຕາມທ່າແຮງບົ່ມຊ່ອນນັ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນ 32 ພັນຄົນ, ຍິງ 16 ພັນຄົນ ໃນ 35 ບ້ານທົ່ວເມືອງ ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ.

