ຝຶກອົບຮົມຫລັກສູດ ເຈົ້າໜ້າທີ່ ຄຸ້ມຄອງການແຈ້ງພາສີ ແລະ ກວດກາສິນຄ້າ, ພາຫະນະ ແລະ ຜູ້ໂດຍສານ

ວັນທີ 7 ກຸມພາ 2022 ກົມພາສີກະຊວງການເງິນ ຈັດຝຶກອົບຮົມຫລັກສູດ ເຈົ້າໜ້າທີ່ ຄຸ້ມຄອງການແຈ້ງພາສີ ແລະ ກວດກາສິນຄ້າ, ພາຫະນະ ແລະ ຜູ້ໂດຍສານ ໂດຍການເປັນປະທານ ຂອງທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີທ່ານ ນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ, ມີວິທະຍາກອນ ແລະ ນັກສຳມະນາກອນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູເຂົາຄຳ ວັນນະວົງໄຊ ຍັງໃຫ້ຮູ້ວ່າ; ພາລະບົດບາດຂອງເຈົ້າໜ້າທີ່ພາສີ ບໍ່ແມ່ນຈະຕິດພັນກັບການຈັດເກັບລາຍຮັບເຂົ້າງົບປະມານ ຢ່າງດຽວ ແລະ ຍັງມີຄວາມສຳຄັນຢ່າງຍີ່ງ ຕໍ່ກັບວຽກງານການເຄື່ອນໄຫວປົກປ້ອງຄວາມປອດໄພ ຂອງສັງຄົມ ເປັນຕົ້ນ ການສະກັດກັ້ນການຄ້າຂາຍຢາເສບຕິດ, ການຟອກເງິນ, ການປົກປ້ອງຊັບສິນທາງປັນຍາ, ການນຳໃຊ້ອາວຸດ ແລະ ອື່ນໆ. ເຮັດໃຫ້ມີຄວາມຈຳເປັນ ທີ່ເຈົ້າໜ້າທີ່ພາສີ ຜູ້ປະຕິບັດວຽກງານການປາບປາມ, ການສືບສວນ-ສອບສວນ ແລະ ການກວດກາສິນຄ້າຕ່າງໆ, ຈະຕ້ອງມີຄວາມຮູ້ຄວາມສາມາດຫລາຍດ້ານ, ມີຄວາມເຂັ້ມແຂງຮອບດ້ານ ຕໍ່ໜ້າທີວຽກງານຫັນເປັນວິຊາຊີບ ແລະ ທ່ານຍັງໄດ້ເນັ້ນເອົາໃຈໃສ່ໃຫ້ມີການສ້າງພະນັກງານ ວຽກງານຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ຖືວ່າມີຄວາມຈຳເປັນ ຕ້ອງໄດ້ພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ຫັນເປັນວິຊາຊີບ ໂດຍໄວ ເປັນຕົ້ນແມ່ນ ວຽກງານຄຸ້ມຄອງການແຈ້ງພາສີ, ກວດກາສິນຄ້າ, ການຕ້ານສະກັດກັ້ນການລັກລອບໜີພາສີ, ການກວດສອບຄືນການແຈ້ງພາສີ, ແລະ ວຽກງານກວດກາພາຍໃນ, ຊຶ່ງເປັນຕົວຕັດສິນໃນການປະຕິບັດວຽກງານວິຊາສະເພາະໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ ທັງເປັນການຍູ້ແຮງໃຫ້ວຽກງານການຈັດເກັບລາຍຮັບ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.
ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນ ຈະໄດ້ຮຽນຮູ້ຫລາຍໆວິຊາ ທີ່ເປັນຄວາມຮູ້ທົ່ວໄປ ເຊັ່ນ ວິໄສທັດ ແລະ ຍຸດທະສາດຂອງຂະແໜງການເງິນ; ແຜນພັດທະນາຂອງກະຊວງການເງິນ ແລະ ຂະແໜງພາສີ; ທິດທາງວຽກງານພາສີ ໃນສັດຕະວັດທີ 21; ຄວາມຮູ້ພື້ນຖານ ກ່ຽວກັບວຽກງານພາສີ ໃນກອບອົງການການຄ້າໂລກ, ອົງການພາສີໂລກ ແລະ ອາຊຽນ; ພາລະບົດບາດ ແລະ ກົງຈັກການຈັດຕັ້ງຂອງລັດຖະການພາສີ; ການນຳພາ ແລະ ການຄຸ້ມຄອງ; ທັກສະການບໍລິຫານ ແລະ ການເປັນຜູ້ນຳ; ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; ການຄຸ້ມຄອງພະນັກງານ-ລັດຖະກອນ; ການບໍລິຫານອົງກອນ; ການສ້າງເອກະສານທາງການ; ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ອາກອນຊົມໃຊ້, ການບັນຊີ; ການກວດສອບບັນຊີວິສະຫະກິດ, ການສົ່ງເສີມການລົງທຶນ, ວິສະຫະກິດ, ຄະດີທາງອາຍາ, ແລະ ຄະດີທາງແພ່ງ; ການຊຳລະທຸລະກຳຜ່ານລະບົບທະນາຄານ; ເຕັກນິກກວດສອບບັນຊີ; ແລະ ການນຳໃຊ້ໂປຼແກມຄອມພິວເຕີ ສຳລັບວຽກງານຫ້ອງການ ແລະ ການບຳລຸງຮັກສາຄອມ.
ນອກຈາກນີ້, ນັກສຳມະນາກອນ ຍັງຈະໄດ້ຄົ້ນຄວ້າ ສົນທະນາ ແລກປ່ຽນຄວາມຮູ້ຢ່າງເລີກເຊິ່ງ ກ່ຽວກັບ ວິຊາສະເພາະຂອງຂະແໜງພາສີ ເຊັ່ນ: ກົດໝາຍພາສີ; ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍພາສີ; ຂັ້ນຕອນການແຈ້ງພາສີ; ການກຳນົດມູນຄ່າແຈ້ງພາສີ; ການຈັດລະຫັດສິນຄ້າ ເຄື່ອງຂອງ; ການຢັ້ງຢືນແຫຼ່ງກຳເນີດສິນຄ້າ; ການບໍລິຫານຄວາມສ່ຽງ; ການຂົນສົ່ງສິນຄ້າຜ່ານແດນສາກົນ ແລະ ໃນກອບອາຊຽນ; ການນຳໃຊ້ບັນດາ ລະບົບ ແລະ ເຄື່ອງມີທັນສະໄໝເຂົ້າໃນວຽກງານພາສີ; ແລະ ຄວາມຮູ້ພື້ນຖານກ່ຽວກັບ ການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ.
ພາຍຫລັງສຳເລັດການຝຶກອົບຮົມ ກໍ່ຮຽກຮ້ອງມາຍັງຄະນະຮັບຜິດຊອບ ຈົ່ງເອົາໃຈໃສ່ຕິດຕາມ ແລະ ປະເມີນຜົນການຮຽນ ຂອງນັກສຳມະນາກອນ ແຕ່ລະຄົນ, ແນໃສ່ໃຫ້ຜ່ານເກນມາດຕະຖານທີ່ທາງກະຊວງການເງິນໄດ້ຕັ້ງເປົ້າໄວ້ນຳອີກ.

