ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ອັດລົງໃນຕອນເຊົ້າວັນທີ 26 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກໍໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແລະ ສະຫາຍ ປອ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.
ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນຈໍານວນ 368 ສະຫາຍ, ຍິງ 110 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກຂະແໜງການສຶກສາ, ວິທະຍາສາດ ແລະ ກິລາທົ່ວປະເທດ.
ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ບັນດາຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໂດຍສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກໍານົດໄວ້ ຊຶ່ງປະກອບດ້ວຍ ຜູ້ເກົ່າ, ຜູ້ໃໝ່, ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ເພດ-ເຜົ່າ ແລະ ກວມທຸກຂົງເຂດ; ຜູ້ລົງສະໝັກທັງໝົດ 28 ສະຫາຍ ເລືອກໄດ້ ຈໍານວນ 23 ສະຫາຍ, ຍິງ 6 ສະຫາຍ ປະກອບມີ:
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ,
- ສະຫາຍ ປອ ນາງ ດາລາວອນ ກິດຕິພັນ,
- ສະຫາຍ ກິ່ງມະໂນ ພົມມະຫາໄຊ,
- ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ,
- ສະຫາຍ ຮສ.ປອ ຫຼ້າວັນ ວົງຄໍາສານ,
- ສະຫາຍ ວິລະວັນ ບຸນສຸກໄທ,
- ສະຫາຍ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ,
- ສະຫາຍ ຮສ.ປອ ສິນທະວອນ ດາລາວົງ,
- ສະຫາຍ ວິໄລພອນ ພົມມະຫາໄຊ,
- ສະຫາຍ ສຸກສະຫວາດ ສີຫາປັນຍາ,
- ສະຫາຍ ປັນຍາ ຈັນທະວົງ,
- ສະຫາຍ ນາງ ນວມຄໍາ ຈັນທະບູລີ,
- ສະຫາຍ ສີຈັນ ຈິດຕະປັນຍາ,
- ສະຫາຍ ແສງສະເດັນ ບຸນລາວົງ,
- ສະຫາຍ ແກ້ວອຸທອນ ລຸນແສງຈັນ,
- ສະຫາຍ ສຈ.ປອ ພູເພັດ ກ້ຽວພິລາວົງ,
- ສະຫາຍ ນາງ ຈອມແພງ ວົງສາ,
- ສະຫາຍ ນາງ ກອງມະນີ ວາດຕະນາ,
- ສະຫາຍ ປອ ລໍາພູນ ຫຼວງໄຊ,
- ສະຫາຍ ປອ ຈັນທະວົງ ປັນຍາສິລິ,
- ສະຫາຍ ຮສ.ປອ ນາງ ວັນແສງ ຈຸນລະມະນີ,
- ສະຫາຍ ປອ ວົງເພັດ ອຸດົມລິດ,
- ສະຫາຍ ຮສ ປອ ໄກສອນ ເພັງໂສພາ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໄດ້ຕົກລົງເຫັນດີເປັນເອກະພາບເລືອກເອົາ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເປັນເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ເປັນປະທານຄະນະກວດກາພັກ ແລະ ເລືອກໄດ້ ສະຫາຍ ປອ ຈັນທະວົງ ປັນຍາສິລິ, ສະຫາຍ ຄໍາແສນ ໄຊຍະວົງ, ສະຫາຍ ທອງສຸກ ແກ້ວມະນີ ແລະ ສະຫາຍ ວຽງທອງ ພົນທະຈັກ ເປັນຮອງປະທານຄະນະກວດກາພັກ.

