UN ຊີ້ ສປປ ເກົາຫລີ ໂຈມຕີທາງໄຊເບີ ລັກເງິນ ແລະ ຄຣິບໂຕຫລາຍຮ້ອຍລ້ານໂດລາ ເພື່ອເອົາໄປສະໜັບສະໜູນໂຄງການນິວເຄຼຍ ແລະ ລູກສອນໄຟ

ອົງການສະຫະປະຊາຊາດ (UN) ເຜີຍແຜ່ລາຍງານຈາກຄະນະຜູ້ຊ່ຽວຊານທີ່ລະບຸວ່າ: ສປປ ເກົາຫລີ ໄດ້ກໍ່ເຫດລັກເງິນ ແລະ ສິນຊັບດິຈີຕອນມູນຄ່າຫລາຍຮ້ອຍລ້ານໂດລາ ຈາກການໂຈມຕີທາງໄຊເບີທີ່ມຸ່ງເປົ້າສະຖາບັນການເງິນ ແລະ ບໍລິສັດຄຣິບໂຕເຄີເຣນຊີ (Crytocurrency) ລວມທັງບໍລິສັດແລກປ່ຽນສະກຸນເງິນຄຣິບໂຕຫລາຍແຫ່ງ ເຊິ່ງເງິນທີ່ໄດ້ຖືກນຳໄປໃຊ້ສະໜັບສະໜູນງົບປະມານສຳລັບໂຄງການລູກສອນໄຟ ແລະ ນິວເຄຼຍຂອງ ສປປ ເກົາຫລີ.

ຈາກການສືບສວນຂອງຄະນະຜູ້ຊ່ຽວຊານທີ່ເຮັດໜ້າທີ່ຕິດຕາມການຂວ້ຳບາດຂອງ UN ພົບວ່າ: ລະຫວ່າງປີ 2020 ເຖິງກາງປີ 2021 ສປປ ເກົາຫລີ ກໍ່ເຫດໂຈມຕ່ທາງໄຊເບີ ແລະ ລັກສິນຊັບດິຈີຕອນຈາກບໍລິສັດແລກປ່ຽນສະກຸນເງິນຄຣິບໂຕຢ່າງໜ້ອຍ 3 ແຫ່ງໃນອາເມລິກາເໜືອ, ເອີຣົບ ແລະ ອາຊີ ລວມລັກສິນຊັບດິຈີຕອນມູນເປັນຫລາຍກວ່າ 50 ລ້ານໂດລາ.

ໂດຍການໂຈມຕີທາງໄຊເບີດັ່ງກ່າວ ຖືເປັນແຫລ່ງໃນການຫາລາຍໄດ້ທີ່ສຳຄັນ ສຳລັບໂຄງການນິວເຄຼຍ ແລະ ລູກສອນໄຟຂອງພຽງຢາງ. ຂະນະທີ່ລາຍງານສະບັບນີ້ຖືກສົ່ງໃຫ້ຄະນະກຳມາທິການດ້ານການຂວ້ຳບາດຂອງ UN ແລ້ວໃນວັນທີ 4 ກຸມພາ.

ຜູ້ຊ່ຽວຊານ UN ຍັງອ້າງເຖິງຂໍ້ມູນຈາກລາຍງານຂອງ Chainalysid ບໍລິສັດວິເຄາະດ້ານບລ໊ອກເຊນທີ່ເຜີຍແພ່ອອກມາໃນເດືອນມັງກອນ ໂດຍລະບຸວ່າ: ແຮັກເກີ ສປປ ເກົາຫລີ ໄດ້ລັກເງິນຄຣິບໂຕມູນຄ່າເຖິງ 400 ລ້ານໂດລາ ຈາກການໂຈມຕີບໍລິສັດລົງທຶນ ແລະ ແລກປ່ຽນຄຣິບໂຕ 7 ແຫ່ງໃນປີຜ່ານມາ.

ເຊິ່ງການໂຈມຕີທາງໄຊເບີຂອງ ສປປ ເກົາຫລີ ພົບວ່າມີທັງການຫລອກລວງຜ່ານອອນລາຍ ຫລື ໃຊ້ມັລແວ ລວມທັງໃຊ້ເຕັກນິກ Social Engineering ທີ່ຫລອກລວງໃຫ້ເປີດເຜີຍຂໍ້ມູນສ່ວນບຸກຄົນ ເພື່ອຖ່າຍໂອນເງິນຈາກບັນຊີວໍເລັດ ຫລື ກະເປົາເງິນອອນລາຍຂອງບໍລິສັດທີ່ຕົກເປັນເຫຍື່ອ ເຊິ່ງເງິນຄຣິບໂຕທີ່ລັກມາຈະຕ້ອງຜ່ານຂະບວນການຟອກເງິນຢ່າງລະມັດລະວັງເພື່ອແປງເປັນເງິນສົດ.

ຂະນະທີ່ໃນປີ 2019 UN ເຄີຍເຜີຍແຜ່ລາຍງານລະບຸວ່າ: ສປປ ເກົາຫລີ ສາມາດຮວບຮວມເງິນໄດ້ຫລາຍກວ່າ 2 ພັນລ້ານໂດລາ ຈາກການໂຈມຕີທາງໄຊເບີ ໂດຍເງິນທັງໝົດຖືກນຳໄປໃຊ້ໃນໂຄງການອາວຸດທຳລາຍລ້າງສູງ.

ທັງນີ້, ສປປ ເກົາຫລີ ຖືກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສັ່ງຫ້າມທົດລອງນິວເຄຼຍ ແລະ ຍິງລູກສອນໄຟຖິ້ມຕົວ ເຊິ່ງເຖິງວ່າຈະຜະເຊີນການຂວ້ຳບາດ, ແຕ່ຜູ້ຊ່ຽວຊານ UN ຊີ້ວ່າ: ພຽງຢາງຍັງສາມາດພັດທະນາໂຄງສ້າງພື້ນຖານສຳລັບໂຄງການນິວເຄຼຍ ແລະ ລູກສອນໄຟໄດ້ຢ່າງຕໍ່ເນື່ອງ ແລະ ຍັງພະຍາຍາມຫາວັດຖຸດິບ ແລະ ເຕັກໂນໂລຊີ ລວມທັງຂໍ້ມູນຄວາມຮູ້ທາງປະຕິບັດການຈາກຕ່າງປະເທດ ໂດຍໃຊ້ຊ່ອງທາງໄຊເບີ ແລະ ວຽກຄົ້ນຄວ້າວິໄຈຮ່ວມຕ່າງໆ.

ອ້າງອີງ: