ຜູ້ນຳອັງກິດຊຸກຍູ້ແນວຄິດລະບົບພາດສະປອດວັກຊີນ ກັບປະເທດມະຫາອຳນາດ ຫວັງຟື້ນການທ່ອງທ່ຽວທົ່ວໂລກ

ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ ສະເໜີແນວຄິດໃຫ້ກຸ່ມປະເທດເສດຖະກິດຊັ້ນນຳ 7 ປະເທດ ຫລື G7 ຊຸກຍູ້ລະບົບສຳລັບພາດສະປອດວັກຊີນ ຕະຫລອດຈົນແຜນຟື້ນຟູການທ່ອງທ່ຽວລະຫວ່າງປະເທດ.
“ເຮົາຈຳເປັນຕ້ອງມີຂໍ້ຕົກລົງໃນບັນຫາຕ່າງໆເຊັ່ນ: ພາດສະປອດວັກຊີນ, ການຮັບຮອງສະຖານະໂຄວິດ-19 ແລະ ສ່ວນທີ່ເຫລືອ” ທ່ານ ຈອນສັນ ໃຫ້ສຳພາດຕໍ່ CBC News ທີ່ອອກອາກາດເມື່ອວັນທີ 30 ພຶດສະພາ 2021.
ຜູ້ນຳອັງກິດ ກ່າວວ່າ: ນອກຈາກຊ່ວຍກະຕຸ້ນອຸດສາຫະກຳທ່ອງທ່ຽວທີ່ຈຳເປັນແລ້ວ, ການຕົກລົງກັນສ້າງລະບົບຂຶ້ນມາຈະຊ່ວຍກຽມພ້ອມຮັບມືຖ້າເກີດພະຍາດລະບາດໃໝ່ທົ່ວໂລກໃນອະນາຄົດ. ນອກຈາກນີ້ ຍັງຊ່ວຍໃຫ້ສາມາດຊື້ຂາຍສິນຄ້າສຳຄັນໄດ້ງ່າຍເຊັ່ນ: ຢາ ແລະ ວັກຊີນ.
ເຖິງຢ່າງໃດກໍຕາມ, ຜູ້ນຳປະເທດ G7 ສຽງແຕກກ່ຽວກັບແນວທາງທີ່ຈະເລີ່ມເປີດຊາຍແດນຮັບການເດີນທາງລະຫວ່າງກັນ ໂດຍອິຕາລີ ແລະ ຝຣັ່ງເຫັນພ້ອມກັບການອະນຸຍາດໃຫ້ຄົນຕ່າງປະເທດ ເຊິ່ງລວມທັງຊາວອາເມລິກາຂ້າມຊາຍແດນມາໄດ້ ເພື່ອຟື້ນຟູອຸດສາຫະກຳທ່ອງທ່ຽວທີ່ສູນເສຍລາຍໄດ້ໄປມະຫາສານໃນຊ່ວງເກີດພະຍາດລະບາດໂຄວິດ-19.
ແຕ່ປະເທດອື່ນໆຍັງມີຄວາມລັງເລທີ່ຈະເປີດການທ່ອງທ່ຽວລະຫວ່າງປະເທດ ໂດຍເຖິງວ່າຍີ່ປຸ່ນຈະເດີນໜ້າຈັດການແຂ່ງຂັນກິລາໂອລິມປິກທ່າມກາງການລະບາດຂອງໂຄວິດ-19 ຮອບໃໝ່, ແຕ່ລັດຖະບານຍັງຫ້າມຄົນຕ່າງປະເທດທົ່ວໄປເດີນທາງມາເບິ່ງການແຂ່ງຂັນກິລາ. ຂະນະທີ່ການາດາ, ເຢຍລະມັນ, ອັງກິດ ແລະ ອາເມລິກາ ຍັງບໍ່ປະກາດແຜນຈະຍົກເລີກມາດຕະການຈຳກັດການເດີນທາງລະຫວ່າງໃນມໍ່ໆນີ້.
ອ້າງອີງ:

