ແຟນແມນຢູ ເຜົາເສື້ອປະຊົດ ກຣີນວູດ ຫລັງຖືກຈັບຄະດີທຳຮ້າຍແຟນສາວ

ແຟນບາງສ່ວນຍັງບໍ່ເຊົາແຄ້ນ ເຜົາເສື້ອກອງຫນ້າຈອມໂຫດຂອງແມນຢູ ເພື່ອເປັນການປະຊົດ ຫລັງຖືກຈັບໃນຄະດີດັງ ແລະ ອາດຫມົດອະນາຄົດໃນໄວໆນີ້.

ເມສັນ ກຣີນວູດ ຕົກເປັນຂ່າວໃຫຍ່ຕະຫລອດອາທິດທີ່ຜ່ານມາ ຫລັງ ແຮຣຽດ ຣ໊ອບສັນ ແຟນສາວຫຸ່ນນາງແບບ ອອກມາເຜີຍພາບ ແລະ ວີດີໂອສັ້ນ ຜ່ານໄອຈີສ່ວນຕົວວ່າຖືກ ນັກເຕະອາຍຸ 20 ປີ ຂອງແມນເຊສເຕີ ຢູໄນເຕັດ ທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບ ເຮັດໃຫ້ ກຣີນວູດ ຖືກຕຳຫລວດຈັບກຸມພ້ອມຄຸມຕົວສອບປາກຄຳດົນເຖິງ 3 ມື້ ກ່ອນຖືກຕັ້ງຂໍ້ຫາຫນັກເຖິງ 4 ກະໂທງ.

ເຊິ່ງຫລັງຈາກເຫດການດັ່ງກ່າວ ເຮັດໃຫ້ແຟນບານແມນຢູ ບາງສ່ວນເລີ່ມຫມົດສັດທາໃນຕົວດາວຮຸ່ງຄົນນີ້ ເຊິ່ງມີບາງສ່ວນລວມຕົວຂໍຄືນເສື້ອທີ່ພິມເບີ 11 ແລະ ຊື່ຂອງ ກຣີນວູດ ກັບສະໂມສອນ.

ຂະນະທີ່ບາງສ່ວນຕັດສິນໃຈເຜົາເສື້ອຖິ້ມ ເພື່ອເປັນການສະແດງຄວາມບໍ່ພໍໃຈ ເຖິງວ່າແມນຢູຈະປະກາດໃຫ້ແຟນບານສາມາດນຳໄປແລກເສື້ອຕົວໃຫມ່ໄດ້ໂດຍບໍ່ເກັບເງິນກໍຕາມ.

ສ່ວນ ເມສັນ ກຮີນວູດ ຍັງຄົງເກັບຕົວງຽບຢູ່ພາຍໃຕ້ບ້ານພັກ ຫລັງຖືກປ່ອຍຕົວຊົ່ວຄາວ ແລະ ມີຄິວໃຫ້ປາກຄຳກັບເຈົ້າຫນ້າທີ່ຕຳຫລວດເພີ່ມຕື່ມອີກເທື່ອຫນຶ່ງໃນວັນພຸດທີ່ຈະເຖິງນີ້.