ເປີດເຜີຍກົດເຫລັກຂອງ ແລມພາດ ໃນຮົ້ວເອຟເວີຕັນ

ແຟຣັງ ແລມພາດ ຜູ້ຈັດການທີມ ເອຟເວີຕັນ ອອກກົດທີ່ເຂັ້ມງວດກັບທີມຫລາຍແບບ ເຊ່ັນ : ການປັບ 2,000 ປອນ ຖ້າຫາກໃຊ້ມືຖືລະຫວ່າງປະຊຸມ ຕາມການລາຍງານຂອງ ເດິ ຊັນ ສື່ຈາກອັງກິດ.
ແຟຣັງ ແລມພາດ ຜູ້ຈັດການທີມຄົນໃຫມ່ຂອງ ເອຟເວີຕັນ ສະໂມສອນດັງຂອງ ພຣີເມຍລີກອັງກິດ ຕັ້ງກົດເຫລັກກັບທີມເອົາໄວ້ຫລາຍຂໍ້ຕັ້ງແຕ່ມື້ທຳອິດທີ່ນຳທີມລົງສະຊ້ອມ ຕາມການເປີດເຜີຍຂອງ ເດິ ຊັນ ສື່ຂອງອັງກິດ.
ແລມພາດຫາກໍເຂົ້າມາຄຸມທີມໃນວັນທີ 31 ມັງກອນ ທີ່່ຜ່ານມາ ຫລັງຈາກຫວ່າງວຽກໄດ້ປະມານ 1 ປີ ແລະລາວກໍຈະຄຸມງານທຳອິດດ້ວຍການນຳທີມເປີດສະຫນາມຕົນເອງ ພົບກັບ ເບຣນຟອດ ໃນເກມ ເອຟເອ ຄັພ ຮອບ 4 ວັນເສົາທີ 5 ກຸມພານີ້.
ທັງນີ້ ເດິ ຊັນ ບອກວ່າກົດເຫລັກທີ່ ແລມພາດ ຕັ້ງເອົາໄວ້ນັ້ນ ມີຄືການປັບ 1,000 ປອນ ຫາກນັກເຕະຄົນໃດກໍຕາມມາເຂົ້າປະຊຸມຫລືມາຊ້ອມສວາຍ, ການປັບ 1,000 ປອນ ຫາກລະເມີດກົດດ້ານແຕ່ງຕົວ, ການປັບ 2,000 ປອນ ໃນກໍລະນີທີ່ໃຜກໍຕາມໃຊ້ໂທລະສັບມືຖືລະຫວ່າງການປະຊຸມ ແລະ ການປັບເງິນ 5,000 ປອນ ຫາກຜູ້ໃດບໍ່ຍອມເດີນທາງກັບມາພ້ອມກັບທີມເວລາໄປຫລິ້ນເກມຢາມເປັນຕົ້ນ.

