ບຳບັດດັດສ້າງມາແລ້ວ ແຕ່ບໍ່ກັບໃຈ ຖືກຈັບມາດຳເນີນຄະດີອີກເທື່ອໃໝ່

ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 2 ກຸມພາ 2022, ເຈົ້າໜ້າທີ່ ປກສ ກຸ່ມບໍ່ໂອ ເມືອງຫາດຊາຍຟອງ ສາມາດຈັບທ້າວ ບຸນທະວີ ອາຍຸ 33 ປີຢູ່ບ້ານກາງ ເມືອງຫາດຊາຍຟອງ ພ້ອມຂອງກາງ ຢາບ້າ 165 ເມັດ ໄປດຳເນີນຄະດີ.

ຜ່ານການສອບສວນ, ຜູ້ຖືກຫາ ສາລະພາບວ່າ: ໄດ້ເຄື່ອນໄຫວເສບຢາບ້າ ມາແຕ່ປີ 2011, ຜູ້ປົກຄອງ ໄດ້ສົ່ງມາປິ່ນປົວຟື້ນຟູສຸຂະພາບຢູ່ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ນວ 2 ເທື່ອໃນປີ 2012 ແລະ ປີ 2013 ຖືກສົ່ງໄປດັດສ້າງຢູ່ດອນສາຍນໍ້າເງິນ 5 ປີ ແລະ ໄດ້ຮັບອິດສະລະພາບປ່ອຍຕົວໃນປີ 2018. ມາຮອດທ້າຍປີ 2021 ກໍກັບມາເສບຢາບ້າຄືນອີກໂດຍເສບມື້ລະ 4-5 ເມັດ ແລະ ໄດ້ເຄື່ອນໄຫວຊື້-ຂາຍຢາບ້າ ໂດຍຊື້ຢາມາຂາຍ ເທື່ອລະ 200 ເມັດ ແລະ ມາຮອດວັັນທີ 2 ກຸມພາ 2022 ກໍຖືກເຈົ້າໜ້າທີ່ ປກສ ກຸ່ມບໍ່ໂອ ຈັບໄດ້ພ້ອມຂອງກາງ 165 ເມັດ.

ຄະດີນີ້, ເຈົ້າໜ້າທີ່ ປກສ ກຸ່ມບໍ່ໂອ ໄດ້ສົ່ງຜູ້ຖືກຫາໃຫ້ກອງບັນຊາການ ປກສ ເມືອງຫາດຊາຍຟອງ ສືບ ຕໍ່ດຳເນີນຄະດີຕາມກົດໝາຍ.