ສະຕາໂທລະຄົມ ຮ່ວມມືທຸລະກິດກັບ ໄຟຟ້າລາວ ສຶກສາຄວາມເປັນໄປໄດ້ດ້ານໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມທຸລະກິດດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ລະຫວ່າງ ບໍລິສັດ ສະຕາໂທລະຄົມ ຈຳກັດ (Unitel) ແລະ ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ມີຂຶ້ນໃນຕອນແລງວັນທີ 27 ມັງກອນ 2022, ລົງນາມລະຫວ່າງ ທ່ານ ບຸນມີ ມາລາວົງ ຮອງຜູ້ອໍານວຍການໃຫຍ່ ບໍລິສັດສະຕາ ໂທລະຄົມ ຈໍາກັດ ແລະ ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ໂດຍການເຂົ້າຮ່ວມຂອງທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ລີວ ແມ໋ງ ຮ໋າ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ ພ້ອມໜ່ວຍງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ບໍລິສັດ ສະຕາໂທລະຄົມ ຈຳກັດ ເຊິ່ງມີເຄື່ອງໝາຍການຄ້າຢູນີເທວ, ພາຍຫລັງ 12 ປີໄດ້ສ້າງຕັ້ງຂຶ້ນ ແລະ ໄດ້ສືບຕໍ່ພັດທະນາພື້ນຖານໂຄງລ່າງລະບົບເຄືອຂ່າຍໂທລະຄົມມະນາຄົມທີ່ນໍາໃຊ້ເຕັກໂນໂລຊີທັນສະໄໝຂອງໂລກ ໃນຂອບເຂດທົ່ວປະເທດ, ໄດ້ປະກອບສ່ວນໃນການສະໜອງບໍລິການທາງດ້ານໂທລະຄົມ ແລະ ການສື່ສານໃຫ້ກັບປະຊາຊົນລາວ ໄປຍັງເຂດຫ່າງໄກສອກຫລີກ ໂດຍຢຶດໝັ້ນວິໄສທັດຮັບໃຊ້ປະຊາຊົນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ແລະ ປະຊາຊົນມີສ່ວນຮ່ວມ. ຢູນີເທວ ຍາມໃດກໍຖືເອົາວຽກງານການພັດທະນາຕົນເອງເປັນໜ້າທີ່ສໍາຄັນ ຈົນສາມາດຍົກລະດັບຕົນເອງກາຍເປັນບໍລິສັດໂທລະຄົມມະນາຄົມ ທີ່ນອນຢູ່ໃນລະດັບແຖວໜ້າຂອງ ສປປ ລາວ, ກັບພື້ນທີ່ປົກຄຸ້ມສັນຍານກວ້າງຂວາງ, ມີລະບົບເຄືອຂ່າຍໃຫຍ່ສຸດ ແລະ ຮັບໃຊ້ໃຫ້ລູກຄ້າຫລາຍສຸດ.
ໃນຍຸກປະຕິວັດອຸດສະຫະກໍາ 4.0 ໄດ້ຢືນຢັນວ່າ ຢູນີເທວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຢ່າງເປັນທາງການ ແລະ ມີຄວາມກຽມພ້ອມທີ່ຈະກາຍເປັນບໍລິສັດ ເຕັກໂນໂລຊີ ແລະ ການສື່ສານ, ທີ່ນໍາໜ້າໃນການປະຕິວັດຫັນເປັນດີຈີຕອລອື່ນຂອງປະເທດ, ນໍາເອົາລະບົບດີຈີຕອລເຂົ້າສູ່ການດໍາລົງຊີວິດຂອງປະຊາຊົນ, ຄຽງຄູ່ກັນນັ້ນຢູນີເທວຈະພະຍາຍາມສູ້ຊົນຖືເອົາການພົວພັນຮ່ວມມືກັບລັດຖະ ບານ, ໂດຍສະເພາະແມ່ນລັດວິສາຫະກິດ ໄຟຟ້າລາວ ເປັນວຽກງານອັນດັບ 1 ໃນການຈັດຕັ້ງຜັນຂະຫຍາຍຫັນເປັນດີຈີຕອລ ແລະ ບໍລິການລູກຄ້າແບບທັນສະໄໝທັງພາຍໃນ ແລະ ຕ່າງປະເທດ, ເພື່ອເຮັດໃຫ້ປະເທດລາວຂອງພວກເຮົາກ້າວໜ້າທັນສະໄໝທຽບເທົ່າກັບພາກພື້ນ ແລະ ສາກົນ, ບົນພື້ນຖານທັງ 2 ຝ່າຍໄດ້ເຫັນດີເປັນເອກະພາບກັນຄື: 1). ຄົ້ນຄວ້າ ແລະ ນໍາໃຊ້ເຄືອຂ່າຍສາຍໄຍແກ້ວນໍາແສງ OPGW ຂອງ ລັດວິສາຫະກິດ ໄຟຟ້າລາວ ໃນຂອບເຂດທົ່ວປະເທດ, ເພື່ອຮ່ວມກັນໃຫ້ບໍລິການລູກຄ້າທັງພາຍໃນ ແລະ ຕ່າງປະເທດ.
2). ຄົ້ນຄວ້າຜະລິດຕະພັນທາງດ້ານໄອທີ, Smart Meter AMR/AMI, ບໍລິການແຈ້ງເຕືອນຜ່ານຂໍ້ຄວາມ ແລະ Package internet ຮັບໃຊ້ແກ່ລັດວິສາຫະກິດ ໄຟຟ້າລາວ.
3). ສຶກສາການນໍາໃຊ້ພື້ນຖານໂຄງລ່າງຂອງ ລັດວິສາຫະກິດໄຟຟ້າລາວ ເປັນຕົ້ນແມ່ນ: ເສົາໄຟຟ້າ, ສູນສະຖານີເພື່ອໝູນໃຊ້ເຂົ້າໃນວຽກງານການກະຈາຍສັນຍານໂທລະຄົມຂອງ ຢູນິເທວ ຈົນເຖິງປຶກການນໍາໃຊ້ພື້ນຖານໂຄງລ່າງສາຍໄຍແກ້ວ ຂອງ ລັດວິສາຫະກິດ ໄຟຟ້າລາວ ໃນລະບົບ Smart Meter ຢູ່ 4 ຕົວເມືອງໃນນະຄອນຫລວງ ເພື່ອສະໜອງບໍລິການ FTTH ໃຫ້ແກ່ປະຊາຊົນ.
4). ສຶກສາການຊໍາລະຄ່າໄຟຟ້າຜ່ານບໍລິການ ກະເປົາເງິນເອເລັກໂຕຣນິກ (Mobile Wallet) ໂດຍອີງໃສ່ທ່າແຮງຂອງບໍລິການ U-Money ເພື່ອອໍານວຍຄວາມສະດວກ ໃຫ້ລູກຄ້າ ຟຟລ ໃນການຊໍາລະຄ່າໄຟຟ້າໃນຂອບເຂດ ຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫລີກ.
5). ຄົ້ນຄວ້າ ແລະ ແລກປ່ຽນບຸກຄະລາກອນດ້ານເຕັກນິກຂອງສອງຝ່າຍໃນວຽກງານບໍາລຸງຮັກສາ ແລະ ສ້ອມແປງລະບົບໂທລະຄົມມະນາຄົມ/ໄຟຟ້າ ເພື່ອຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ແລກປ່ຽນວັດທະນະທໍາການເຮັດວຽກກ່ຽວກັບການເບິ່ງແຍງລູກຄ້າ.
6). ຄົ້ນຄວ້າ ແລະ ນໍາໃຊ້ເຕັກໂນໂລຊີເພື່ອຫັນເປັນດິຈິຕອນນໍາໃຊ້ເຂົ້າໃນວຽກງານເຊັ່ນ: ລະບົບຄອມພີວເຕີເຮັດວຽກອັດຕະໂນມັດ (RPA), ການກວດສອບຄວາມປອດໄພຂອງລະບົບໄອທີ (PenTest) , KPI Monitoring, Cloud Computing.
7). ຄົ້ນຄວ້າວຽກງານອື່ນໆທີ່ມີປະໂຫຍດຕໍ່ທັງສອງຝ່າຍ ແລະ ສັງຄົມ.
ການຮ່ວມມືຂອງທັງສອງຝ່າຍເພື່ອແນ່ໃສ່ວຽກງານການຮ່ວມມືສຶກສາຄົ້ນຄວ້າການຫັນເປັນດິຈິຕອລນໍາໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນວຽກງານການຄຸ້ມຄອງ, ການສະໜອງບໍລິການໃຫ້ແກ່ລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ ແລະ ຊຸກຍູ້ສົ່ງເສີມການຄຸ້ມຄອງ, ການບໍລິຫານ ລວມທັງການບໍລິການໃຫ້ແກ່ລັດຖະບານ ແລະ ສັງຄົມ ຕອບສະໜອງໄດ້ກັບຄວາມຕ້ອງການ.
ໂອກາດນີ້, ທ່ານ ຟອງປະເສີດ ເພັດສີສຸກ ຮອງອຳນວຍການ ຟຟລ ໄດ້ມີຄຳເຫັນວ່າ: ການນໍາໃຊ້ສາຍໄຍແກ້ວຂອງ ຟຟລ ທີ່ມີຢູ່ບໍ່ວ່າຈະເປັນ OPGW, ADSS ໃນການດໍາເນີນທຸລະກິດບໍລິການດ້ານໂທລະຄົມ ເພື່ອດຶງດູດເອົາລູກຄ້າທັງພາຍໃນ ແລະ ຈາກປະເທດອ້ອມຂ້າງ ໃຫ້ມານໍາໃຊ້ສາຍສົ່ງ OPGW ຂອງ ຟຟລ ໃຫ້ນໍາໃຊ້ເກີດຜົນປະໂຫຍດສູງສຸດ, ນອກນັ້ນຍັງຈະໄດ້ຮ່ວມກັນຄົ້ນຄ້ວາ ແລະ ຈັດສັນການເກາະຫ້ອຍສາຍຕາມເສົາໄຟຟ້າ ຂອງ ບັນດາບໍລິສັດ ໂທລະຄົມຕ່າງໆໃຫ້ມີຄວາມເປັນລະບຽບຮຽບຮ້ອຍ. ນອກຈາກຈະບໍ່ສວຍງາມແລ້ວ ຖ້າເກີດມີບັນຫາກໍ່ສ້າງໃຫ້ມີຄ່າໃຊ້ຈ່າຍການສ້ອມແປງຂອງອົງກອນພວກເຮົາ.

