ວັນທີ 19 ມີນາ 2024 ນີ້, ເຈົ້າໜ້າທີ່ຕຳຫລວດ ພະແນກຈະລາຈອນ ປກສ ແຂວງບໍ່ແກ້ວ ໄດ້ມອບລົດທີ່ບໍ່ມີເອກະສານ 1 ຄັນ ເປັນລົດກະບະວີໂກ ຢີ່ຫໍ້ໂຕໂຍຕ້າ ສີປອນເງິນ ເລກຖັງ MROGR19 G307417499 (ບໍ່ມີປ້າຍທະບຽນ) ພ້ອມກະແຈ 1 ລູກ ໃຫ້ເຈົ້າໜ້າທີ່ກອງກວດກາພາສີ ປະຈຳແຂວງບໍ່ແກ້ວ ເພື່ອດຳເນີການສືບສວນ-ສອບສວນ ຕາມລະບຽບກົດໝາຍ.