ບໍ່ປ່ອຍໃຫ້ຫລຸດມື! ບາຊ່າ ກຽມຫາເງິນ 100 ລ້ານເອີໂຣຊື້ ຮາແລນ.

ບາຊ່າ ກຽມຈະຂາຍຫຸ້ນໃນບໍລິສັດຜະລິດສື່ຂອງສະໂມສອນ ເພື່ອຫາເງິນມາເຊັນສັນຍາກັບ ຫົວຫອກຊາວນໍເວ.

ບາເຊໂລນາ ກຽມຈະຂາຍຫຸ້ນສ່ວນ 49% ຂອງສະຕູດິໂອຜະລິດສື່ຂອງສະໂມສອນ ບາຊ່າ ສະຕູດິໂອ ເພື່ອນຳລາຍໄດ້ຈາກສ່ວນນີ້ມາຍືນຂໍ້ສະເໜີຊື້ ເອິລິງ ບຣູດ ຮາແລນ ໃນລະດູຮ້ອນທີ່ຈະມາເຖິງນີ້.

ດາວຍິງຊາວນໍເວ ຍັງເຫລືອສັນຍາກັບ ໂບຣຸສເຊຍ ດັອດມຸນ ອີກ 2 ປີ ເຊິ່ງຄ່າຕົວຂອງເຂົາໃນຕະຫລາດປັດຈຸບັນຢູ່ທີ່ 100 ລ້ານເອີໂຣ ໂດຍປັດຈຸບັນ ຍັກໃຫຍ່ແຫ່ງແຄວ້ນ ຄາຕາລັນ ມີບັນຫາຫນີ້ສິນຫລາຍ ແຕ່ຍັງມີຄວາມຕ້ອງການສູງທີ່ຈະຄວ້ານັກເຕະຄົນນີ້ມາຮ່ວມທີມ.

ຢ່າງໃດກໍຕາມ ຖ້າສະໂມສອນຂາຍ 49% ຂອງ ບາຊ່າ ສະຕູດິໂອ ສະໂມສອນຈະໄດ້ຮັບ 100 ລ້ານເອີໂຣ ຊຶ່ງຫມາຍຄວາມວ່າ ບາຊ່າ ຈະມີເງິນພຽງພໍເພື່ອຊື້ຫົວຫອກອາຍຸ 21 ປີ, ແຕ່ຂຶ້ນຢູ່ກັບການເຈລະຈາກ່ຽວກັບສັນຍາໃນສ່ວນລິຂະສິດຮູບພາບຂອງນັກເຕະ, ນອກຈາກນີ້ ລາລີກ້າ ຍັງໄດ້ສະໜັບສະໜູນ ບາຊ່າ ໃນການລ່າຕົວ ກອງໜ້າ ອາຍຸ 21 ປີ ມາຫລິ້ນໃນ ສະເປນ ເຊັ່ນກັນ.