ແຣສຟອດ, ຊານໂຊ ມີຫນາວ, ແຟນແມນຢູ ເຊຍ ຣິງນິກ ໃຊ້ ອີແລງກ້າ ລົງຕົວຈິງທຸກນັດ

ງານນີ້ ມາຄັສ ແຣສຟອດ, ຈາດອນ ຊານໂຊ ແລະ ອາດລວມເຖິງ ເມສັນ ກຣີນວູດ ຄົງຈະຫລິ້ນແບບສະບາຍໆຕໍ່ໄປບໍ່ໄດ້ອີກແລ້ວ ເມື່ອ ແອນໂທນີ ອີແລງກ້າ ໂຊຟອມໄດ້ດີເຫລືອເກີນໃນເກມຫລ້າສຸດທີ່ທີມບຸກໄປສະເຫມີ ແອສຕັນ ວິລລາ 2-2 ຈົນໄດ້ຮັບຄຳຊົມຈາກເຫລົ່າແຟນບານແມນຢູ ໂດຍມີແຟນບານຄົນຫນຶ່ງໄດ້ ບອກ ຣາຟ ຣັງນິກ ໃຫ້ສົ່ງ ອີແລງກ້າ ລົງຕົວຈິງທຸກນັດຕໍ່ໄປນີ້.

ບັນດາແຟນບານ ແມນເຊສເຕີ ຢູໄນເຕັດ ພາກັນສັນລະເສີນ ແອນໂທນີ ອີແລງກ້າ ປີກດາວຮຸ່ງຊາວສະວີເດັນ ອາຍຸ 19 ປີ ທີ່ໂຊຟອມໄດ້ຫນ້າປະທັບໃຈໃນເກມ ພຣີເມຍລີກ ອັງກິດ ນັດຫລ້າສຸດທີ່ບຸກໄປສະເຫມີ ແອສຕັນ ວິລລາ 2-2 ເມື່ອວັນເສົາທີ 15 ມັງກອນທີ່ຜ່ານມາ.

ເກມນີ້ ອີແລງກ້າ ເຊິ່ງເປັນເດັກຈາກສະໂມສອນ ມີຊື່ລົງສະຫນາມຕົວຈິງໃນເກມ ພຣີເມຍລີກ ເປັນຄັ້ງທຳອິດແບບປະຫລາດໃຈ ເນື່ອງຈາກ ທັງ ຄຣິສຕຽນໂນ ໂຣນັລໂດ ແລະ ມາຄັສ ແຣສຟອດ ຕ່າງບໍ່ມີແມນແຕ່ເປັນໂຕສຳຮອງ (ທັງສອງມີບັນຫາບາດເຈັບ) ສ່ວນ ຈາດອນ ຊານໂຊ ດາວຍິງອາຍຸ 73 ລ້ານປອນ ກໍໄດ້ສະແດງສີຕີນໃນຖານະຕົວສຳຮອງເທົ່ານັ້ນ ໂດຍຖືກປ່ຽນຕົວລົງມາແທນ ອີແລງກ້າ ໃນໄລຍະ 12 ນາທີສຸດທ້າຍ.

ເຖິງເກມນີ້ ແມນຢູພາດເກັບ 3 ຄະແນນແບບສຸດເຈັບປວດ ຈາກທີ່ເປັນຝ່າຍຂຶ້ນນຳກ່ອນ 2-0 ແລະ ຖືກ ວິລລາ ຍິງຄືນລວດ 2 ປະຕູທ້າຍເກມ ແຕ່ຜົນງານອັນໂດດເດັ່ນຂອງ ອີແລງກ້າ ຖືເປັນຫນຶ່ງໃນສິ່ງດີໆທີ່ເຫລົ່າແຟນບານເຫັນຈາກເກມນີ້ ຈຶ່ງບໍ່ແປກໃຈທີ່ ອີແລງກ້າ ເປັນທີ່ມັກຢ່າງຫລາຍໃນໂລກ ທະວິດເຕີ.

ທັງນີ້ ອີແລງກ້າ ເຈົ້າຂອງເສື້ອຫມາຍເລກ 36 ກ້າວຂຶ້ນສູ່ທີມຊຸດໃຫຍ່ຂອງ ແມນຢູ ເມື່ອປີກາຍ ແລະ ຈົນເຖິງຕອນນີ້ ລາວລົງຫລິ້ນໃຫ້ແມນຢູໄປແລ້ວທັງຫມົດ 8 ນັດ ຍິງໄດ້ 1 ປະຕູ ແລະ ຍັງມີສະຖິຕິບໍ່ທຳມະດາໃນການຮັບໃຊ້ຊາດສະວີເດັນ ຢູ-21 ເຊິ່ງຍິງໄດ້ເຖິງ 7 ປະຕູ ຈາກ 8 ນັດ.