ສປ ຈີນ ມອບອຸປະກອນອະນາໄມ ແລະ ເຄື່ອງວັດແທກຮ່າງກາຍ ໃຫ້ແກ່ລາວ ເພື່ອຊ່ວຍເຫລືອແມ່ຍິງ ເເລະ ເດັກ ຢູ່ຫ່າງໄກສອກຫລີກ

ສະຖານເອກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ ໄດ້ມອບອຸປະກອນອະນາໄມ ແລະ ເຄື່ອງວັດແທກຮ່າງກາຍ ໂດຍຜ່ານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ວັນທີ 25 ມັງກອນ 2022 ນີ້ ທີ່ກະຊວງການຕ່າງປະເທດ ນະຄອນຫລວງວຽງຈັນ, ລວມມູນຄ່າທັງໝົດ 584.216,80 ຢວນ. ເພື່ອນໍາໄປຊ່ວຍເຫລືອແມ່ຍິງ ເເລະ ເດັກໃນທົ່ວປະເທດ ທີ່ຢູ່ຫ່າງໄກສອກຫລີກ ໃຫ້ໄດ້ຮຽນໃນສະພາບແວດລ້ອມ ໃນໂຮງຮຽນທີ່ປອດໄພ ແລະ ອາຫານທີ່ໄດ້ກິນແມ່ນມີທາດບໍາລຸງຢ່າງພຽງພໍ.
ອຸປະກອນຊ່ວຍເຫລືອດັ່ງກ່າວປະກອບມີອຸປະກອນປ້ອງກັນສ່ວນບຸກຄົນທີ່ຈຳເປັນ ແລະ ເຄື່ອງມືວັດແທກຮ່າງກາຍເຊັ່ນ: ໜ້າກາກອະນາໄມ, ຖົງມື, ສະບູ, ເຄື່ອງວັດແທກອຸນຫະພູມ, ເຄື່ອງຊັ່ງນ້ຳໜັກ ແລະ ເທບວັດແທກຮອບແຂນ (MUAC).


