ເຫດລ່າສັດປ່າ ຫລົງຍິງຄົນເສຍຊີວິດ ຄິດວ່າແມ່ນໝູປ່າ

ປ້ອງກັນຄວາມສະຫງົບ ເມືອງວຽງພູຄາ ແຂວງຫລວງນໍ້າທາ ລາຍງານເກີດເຫດ ຫລົງຍິງຄົນເສຍຊີວິດ ຢູ່ປ່າເຂດລ້ອງຫ້ວຍນໍ້າປູນ ເມືອງຂອງຕົນ ຫລັງລັກເຂົ້າໄປລ່າສັດປ່າ.
ເຈົ້າໜ້າທີ່ ປກສ ເມືອງວຽງພູຄາ ລາຍງານວ່າວ່າ: ຜູ້ກໍ່ເຫດຫລົງຍິງຄົນເສຍຊີວິດໃນວັນທີ 11 ມັງກອນນີ້ຊື່ ທ້າວ ແພປາ ອາຍຸ 31 ປີ ຢູ່ບ້ານນໍ້າຕະແລງ ເມືອງວຽງພູຄາ. ຜ່ານການສອບສວນ, ຜູ້ກ່ຽວ ສາລະ ພາບວ່າ: ເວລາປະມານ 17:00 ໂມງຂອງມື້ເກີດເຫດ ໄດ້ເອົາປືນແກັບ 1 ກະບອກ ເຂົ້າໄປຊອກຍິງສັດ ປ່າ ຢູ່ປ່າເຂດລ້ອງຫ້ວຍນໍ້າປູນ. ຫຼັງຈາກເລາະປ່າໄດ້ໄລຍະໜຶ່ງ ກໍເຫັນເງົາຄືໝູປ່າ ເໜັງໄປ-ມາ ຈຶ່ງຍິງ ແລະ ໄດ້ຍິນສຽງຄົນຮ້ອງຂຶ້ນ ຈຶ່ງເຂົ້າໄປເບິ່ງ ພົບເຫັນຄົນນອນຂວໍ້າໜ້າເສຍຊີວິດ ແຕ່ບໍ່ຮູ້ວ່າເປັນຄົນຢູ່ໃສ. ຈາກນັ້ນ ຈຶ່ງກັບບ້ານ ແລ້ວແຈ້ງໃຫ້ຍາດພີ່ນ້ອງ ແລະ ການຈັດຕັ້ງບ້ານ ໄປກວດເບິ່ງ ຈຶ່ງຮູ້ວ່າ ຜູ້ຖືກຍິງເສຍຊີວິດ ຊື່ ທ້າວ ແສງອາທິດ ອາຍຸ 34 ປີ ຄູສອນ ຢູ່ບ້ານວຽງສະຫວ່າງ.
ຜ່ານການຊັນນະສູດສົບ, ພົບເຫັນຮ່ອງຮອຍລູກປືນແກັບ ຍິງຖືກບໍລິເວນໜ້າເອິກ ແລະ ຂ້າງທ້ອງເບື້ອງຂວາ 4-5 ຮູ ແລະ ຍັງພົບປືນແກັບ ຂອງຜູ້ເສຍຊິວິດ 1 ກະບອກ. ເຈົ້າໜ້າທີ່ ໄດ້ກັກຜູ້ຖືກຫາ ພ້ອມທັງເກັບທ້ອນໂຮມປືນແກັບ 2 ກະບອກ ໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມກົດໝາຍຕໍ່ໄປ.

