ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນຂັ້ນແຂວງຫລວງພະບາງ ຊຸດທີ II ຈະສຸມໃສ່ຄົ້ນຄວ້າແກ້ໄຂຫລາຍບັນຫາສຳຄັນ

ວັນທີ 19 ກໍລະກົດ 2024, ທ່ານ ສີວອນ ວົງຄຳຈັນ ເລຂາທິການ ສະພາປະຊາຊົນແຂວງຫລວງພະບາງ ໄດ້ຖະແຫລງຂ່າວເປີດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ຕໍ່ສື່ມວນຊົນວ່າ: ກອງປະຊຸມຈະໄດ້ຈັດຂຶ້ນໃນວັນທີ 25-26 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ, ເຊິ່ງຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງ ຈຳນວນໜຶ່ງຄື:

  • ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືຶອນທ້າຍປີ 2024;
  • ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືຶອນ ທ້າຍປີ 2024;
  • ການຈັດຕັ້ງປະຕິບັດ ແຜນງົບປະມານ ຂອງແຂວງ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024;
  • ການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງການຂຸດຄົ້ນແຮ່ທາດ ຢູ່ແຂວງຫລວງພະບາງ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024;
  • ການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຂວງ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024;
  • ວຽກງານອົງການຕຸລາການ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີ ຂອງເຈົ້າໜ້າທີ່ສຶບສວນ-ສອບສວນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ 6 ດືອນຕົ້ນປີ ແລະແຜນການ 6 ເດືອນທ້າຍປີ 2024;
  •  ວຽກງານສະພາປະຊາຊົນແຂວງ ກ່ຽວການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງ ສະພາປະຊາຊົນແຂວງຫລວງພະບາງ;
  • ຮັບຟັງການປະກອບຄໍາຄິດຄໍາເຫັນຈາກ ຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ວຽກງານຕ່າງໆ ຂອງອົງການປົກຄອງແຂວງ ແລະ ອົງການຕຸລາການ ທີ່ໄດ້ລາຍງານຢູ່ໃນກອງປະຊຸມຄັ້ງນີ້.

ພ້ອມນີ້, ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະປະຈຳສະພາປະຊາຊົນແຂວງ ໄດ້ແຕ່ງຕັ້ງໃຫ້ມີໜ່ວຍງານສະເພາະ ເພື່ອຮັບຜິດຊອບວຽກງານ ໂທລະສັບສາຍດ່ວນ ເບີໂທ 071 156 ເພື່ອຮັບເອົາຄຳສະເໜີ ແລະ ການສະແດງຄວາມຄິດເຫັນ ໂດຍກົງຈາກປະຊາຊົນ ທີ່ຈະນຳສົ່ງໄປຍັງຫ້ອງປະຊຸມ ແລ້ວລາຍງານຕໍ່ບັນດາທ່ານຜູ້ແທນກອງປະຊຸມ ຈາກນັ້ນ ຈະໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂອງອົງການປົກຄອງແຂວງ ໃນການຄົ້ນຄວ້າ ແລະ ຫາວິທີທາງແກ້ໄຂໃຫ້ຖືກຕ້ອງຕາມລະບຽບ ແລະກົດໝາຍ.