ຜູ້ບໍລິຫານ Pfizer ໄດ້ຮັບລາງວັນ Genesis Prize 2022 ສຳລັບການເປັນຜູ້ນຳ ໃນການພັດທະນາວັກຊີນຮັບມືວິກິດໂຄວິດ

ວັນທີ 19 ມັງກອນ 2022, ອັລເບິດ ບົວຣ໌ລາ ຜູ້ບໍລິຫານຂອງ Pfizer ໄດ້ຮັບເລືອກໃຫ້ຮັບລາງວັນ Genesis Prize 2022 ພ້ອມເງິນ 1 ລ້ານໂດລາສະຫະລັດ ສຳລັບການເປັນຜູ້ນຳ, ການກ້າຕັດສິນໃຈ ແລະ ຄວາມພະຍາຍາມໃນການແກ້ໄຂຄວາມສ່ຽງຄັ້ງໃຫຍ່ ແລະ ເຮັດໃຫ້ວັກຊີນຂອງ Pfizer ມີປະສິດທິພາບ ແລະ ຄວາມປອດໄພ ສາມາດນຳໃຊ້ໄດ້ທັນເວລາ ໂດຍຫລຸດໄລຍະຈາກຫລາຍປີມາເປັນພາຍໃນໄລຍະບໍ່ເທົ່າໃດເດືອນ.
ມູນນິທິ Genesis ທີ່ເປັນພັນທະມິດກັບ Jewish Agency for Israel ເດີນໜ້າມອບລາງວັນໃຫ້ບຸກຄົນທີ່ປະຕິບັດໜ້າທີ່ຂອງຕົນເພື່ອມະນຸດ ແລະ ສືບທອດຄ່ານິຍົມຂອງຊາວຢິວ ໂດຍລາງວັນ Genesis Prize ນີ້ ປຽບເໝືອນເປັນລາງວັນໂນເບລສຳລັບຊາວຢິວໂດຍສະເພາະ ເຊິ່ງ ບົວຣ໌ລາ ໄດ້ຮັບຄະແນນສະໜັບສະໜູນສູງທີ່ສຸດຈາກຜູ້ຮ່ວມລົງຄະແນນ 2 ແສນຄົນ ໃນ 71 ປະເທດ.
ທາງມູນນິທິເຜີຍວ່າ: ອັລເບິດ ບົວຣ໌ລາ ສະທ້ອນຄ່ານິຍົມຂັ້ນພື້ນຖານຂອງຊາວຢິວທີ່ເດັ່ນທີ່ສຸດ 2 ຢ່າງຄື: ບົວຣ໌ລາ ມີສິນລະທຳໃນການດຳເນີນຊີວິດ ແລະ ມີສ່ວນຊ່ວຍຟື້ນຟູສ້ອມແປງໂລກໜ່ວຍນີ້ ວິກິດພະຍາດລະບາດເບິ່ງຄືວ່າຈະຍັງບໍ່ມີທ່າທີຈະຈົບລົງ ຄົນຫລາຍລ້ານທົ່ວໂລກຍັງມີຊີວິດຢູ່ໄດ້ ແລະ ມີສຸຂະພາບທີ່ແຂງແຮງ ສ່ວນໜຶ່ງເປັນຍ້ອນຜົນສຳເລັດຂອງ ບົວຣ໌ລາ ແລະ ທີມພັດທະນາວັກຊີນໂຄວິດຈາກ Pfizer.
ບົວຣ໌ລາ ລະບຸວ່າ: ລາວຈະຮັບລາງວັນນີ້ໃນຖານະທີມ Pfizer ທຸກຄົນທີ່ພະຍາຍາມຫາຄຳຕອບຂອງຄຳຖາມຈຳນວນຫລາຍໃນຊົ່ວໂມງຮີບດ່ວນທາງປະຫວັດສາດໃນໄລຍະ 2 ປີຜ່ານມາ ໂດຍຄອບຄົວຂອງ ບົວຣ໌ລາ ຄືລູກຫລານຂອງຊາວຢິວປະມານ 2.000 ຈາກ 50.000 ຄົນ ໃນເກຣັກທີ່ລອດຊີວິດຈາກການກວາດລ້າງຂອງກຸ່ມນາຊີໃນຊ່ວງສົງຄາມໂລກ ເຊິ່ງເງິນລາງວັນຈະໄດ້ຮັບການແບ່ງເພື່ອສົມທົບທຶນໃຫ້ຊຸມຊົນຊາວຢິວໃນເມືອງ Thessaloniki ເມືອງບ້ານເກີດໃນເກຣັກຂອງລາວ ເຊິ່ງມີຄວາມຊົງຈຳກ່ຽວກັບພໍ່ແມ່, ຄ່ານິຍົມຂອງການດຳລົງຊີວິດ ແລະ ສັງຄົມໄຫລຜ່ານ ແລະ ໄດ້ຮັບການສົ່ງຕໍ່ມາເຖິງລາວ ແລະ ເພື່ອລະນຶກເຖິງຊາວຢິວຜູ້ເສຍຊີວິດທີ່ຖືກຂ້າລ້າງເຜົ່າພັນ (Holocaust) ໃນເກຣັກທຸກຄົນ.
ໂດຍ ບົວຣ໌ລາ ຖືເປັນຄົນທີ 9 ທີ່ໄດ້ຮັບລາງວັນນີ້ ຫລັງຈາກເລີ່ມມອບລາງວັນ Genesis Prize ມາແຕ່ປີ 2014 ເຊິ່ງນັກສະແດງຍິງທີ່ສະແດງເກັ່ງ ນາຕາລີ ພອດແມນ ແລະ ຜູ້ກຳກັບມືລາງວັນ ສຕີເວນ ສປິລເບິກ ກໍເຄີຍໄດ້ຮັບລາງວັນອັນຊົງກຽດນີ້ເມື່ອປີ 2014 ແລະ 2021 ຕາມລຳດັບ.
ອ້າງອີງ:
https://www.aljazeera.com/…/pfizer-ceo-awarded-1m…

