UAE ກຽມປັບມື້ເຮັດວຽກເຫລືອ 4,5 ວັນຕໍ່ອາທິດ ຂະຫຍາຍມື້ພັກທ້າຍອາທິດຫລາຍຂຶ້ນ ນັບແຕ່ຫລັງຕອນທ່ຽງວັນສຸກ

ວັນທີ 8 ທັນວາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການສະຫະລັດອາຣັບເອມິເຣດ ຫລື UAE ກຽມປັບຕາຕະລາງການເຮັດວຽກໃໝ່ ໂດຍຈະປັບມື້ເຮັດວຽກເຫລືອ 4,5 ວັນຕໍ່ອາທິດ ລວມທັງຂະຫຍາຍມື້ພັກທ້າຍອາທິດເປັນນັບແຕ່ຫລັງ 12:00 ໂມງ ຂອງວັນສຸກ ໄປຈົນເຖິງວັນອາທິດ ຖືເປັນປະເທດທຳອິດໃນໂລກທີ່ປັບຈຳນວນມື້ເຮັດວຽກໃຫ້ສັ້ນລົງກວ່າຈຳນວນມື້ເຮັດວຽກ 5 ວັນທີ່ໃຊ້ກັນທົ່ວໂລກ.
ສຳນັກຂ່າວທ້ອງຖິ່ນຂອງ UAE ຄື WAM ລະບຸວ່າ: ການຂະຫຍາຍໄລຍະເວລາມື້ພັກທ້າຍອາທິດເປັນໜຶ່ງໃນຄວາມພະຍາຍາມຂອງລັດຖະບານ UAE ທີ່ຕ້ອງການຈະສະໜັບສະໜູນແນວຄິດ Work-Life Balance ປັບປຸງ ແລະ ຍົກລະດັບການໃຊ້ຊີວິດໃນສັງຄົມຂອງຄົນພາຍໃນປະເທດ. ອີກທັງຍັງເປັນການເພີ່ມຂີດຄວາມສາມາດທາງການແຂ່ງຂັນເສດຖະກິດຂອງ UAE ທາງໜຶ່ງນຳອີກ.
ການປ່ຽນແປງດັ່ງກ່າວຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2022 ໂດຍໜ່ວຍງານຂອງລັດຈະປັບຕາຕະລາງການເຮັດວຽກວັນຈັນ-ພະຫັດ ນັບແຕ່ເວລາ 07:30-15:30 ໂມງ, ຂະນະທີ່ວັນສຸກຈະເຮັດວຽກແຕ່ 7:30-12:00 ໂມງ ເທົ່ານັ້ນ ໂດຍການຈັດພິທີທາງສາສະໜາໃນວັນສຸກຈະເລີ່ມຂຶ້ນແຕ່ເວລາ 13:15 ໂມງ ແລະ ສະໜັບສະໜູນໃຫ້ເຈົ້າໜ້າທີ່ຂອງໜ່ວຍງານລັດສາມາດເຮັດໜັງສືຂໍເຮັດວຽກແບບ Work from Home ໄດ້ໃນວັນສຸກ ເພື່ອໃຫ້ສາມາດຈັດຕາຕະລາງການເຮັດວຽກໃຫ້ມີຄວາມສົມດູນໄດ້ຫລາຍຂຶ້ນ ສົ່ງຜົນໃຫ້ພາກສ່ວນຕ່າງໆ ກຽມປັບແຜນໃຫ້ສອດຮັບກັບແນວທາງຂອງລັດຖະບານ.
WAM ລະບຸວ່າ: “ການປ່ຽນແປງດັ່ງກ່າວບໍ່ພຽງແຕ່ຈະຊ່ວຍຍົກລະດັບຂີດຄວາມສາມາດ ແລະ ໂອກາດໃນການແຂ່ງຂັນຂອງ UAE, ແຕ່ຍັງເພີ່ມຄວາມເຄັ່ງຕຶງ, ຄວາມໄຮ້ກັງວົນ ແລະ ເປີດໂອກາດໃຫ້ທຸກຄົນມີຄວາມສຸກກັບການໃຊ້ຊີວິດແບບຕ່າງໆ ທີ່ UAE ມອບໃຫ້ປະຊາຊົນ ແລະ ທຸກຄົນໃນປະເທດ”.
ອ້າງອີງ:

