ນາຍົກລັດຖະມົນຕີ ເນັ້ນໃຫ້ພະນັກງານ-ນັກຮົບກອງພົນທີ 2 ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ

ໃນໂອກາດທີ່ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມກອງພົນທີ 2 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ(20/1/1949-20/1/2022) ໃນວັນທີ 19 ມັງກອນນີ້ ໄດ້ເນັ້ນຫລາຍບັນຫາໃຫ້ນາຍ ແລະ ພົນທະຫານພາຍໃນກອງພົນ ດັ່ງກ່າວຈັດຕັ້ງປະຕິບັດ ເພື່ອໃຫ້ສົມກັບວ່າກອງທັບປະຊາຊົນລາວ ເປັນກອງທັບວິລະຊົນ, ຊາດລາວວິລະຊົນ.
ທ່ານ ພັນຄໍາ ວິພາວັນ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ສຶບຕໍ່ຮັກສາມູນເຊື້ອປະຕິວັດ, ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມຈໍານົນ ຍາກປານໃດກໍບຸກ ທຸກປານໃດກໍສູ້, ເຖິງຈະເສຍສະລະກໍບໍ່ຫວາດຫັ່ນ, ຍາມໃດກໍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ, ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ. ກອງທັບເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍຄວາມບໍລິສຸດໃຈ. ຍ້ອນແນວນັ້ນ ຈຶ່ງໄດ້ຮັບການເອົາໃຈໃສ່ເບິ່ງແຍງ ດູແລ, ຖະໜອມຫອມຮັກແລະ ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ ທີ່ເປັນບໍ່ເກີດຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ.
ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ໄດ້ລາຍງານຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ເປັນປະຫວັດສາດຂອງກອງທັບເຮົາຕະຫຼອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ກອງທັບ ກໍຄືກອງພົນທີ 2 ໄດ້ປະກອບສ່ວນຢ່າງຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະ ຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສາມາດປະຕິບັດບັນດາຄາດໝາຍສູ້ຊົນເຮັດ ໃຫ້ປະເທດຊາດມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານໂດຍໄດ້ ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ,ສຸມ ໃສ່ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນສູ້ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນ ທັງຈໍານວນ ແລະ ຄຸນນະພາບ, ຍູ້ແຮງການອົບຮົມ-ຫັດແອບການເມືອງການ, ການທະຫານ, ພະລາທິການ, ເຕັກນິກ, ສິລະປະ ຍຸດ-ຍຸດທະວິທີຂອງທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະໃຫ້ຊຳນິຊໍານານ ແລະ ວຽກງານອື່ນໆກໍຂະຫຍາຍຕົວຢ່າງຕໍ່ເນື່ອງ.

