ແຂວງຫົວພັນທຳລາຍສິນຄ້າທີ່ໝົດອາຍຸ

ໃນວັນທີ 2 ມີນານີ້, ພະແນກອຸດສາຫະກຳ ແລະ ການຄ້າແຂວງຫົວພັນ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຊຳເໜືອ, ໄດ້ນຳເອົາສິນຄ້າທີ່ໝົດອາຍຸ, ເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມນຳໄປຈູດທຳລາຍທີ່ເດີ່ນຖິ້ມຂີ້ເຫຍື້ອຫລັກ 4 ເພື່ອປົກປ້ອງຜູ້ບໍລິໂພກ ແລະ ຄວາມປອດໄພຂອງສັງຄົມ ແລະ ສິນຄ້າທີ່ນຳມາຈູດທຳລາຍໃນຄັ້ງນີ້ມີ: ໝວດອາຫານແຫ້ງ, ຂະໜົມ, ແປ້ງນົວ, ປະເພດນໍ້າຫວານ, ເຄື່ອງດື່ມ, ນໍ້າອັດລົມ ແລະ ຢາສູບທີ່ນຳເຂົ້າບໍ່ມີສະແຕມພາສີ, ອາກອນທີ່ເຈົ້າໜ້າທີ່ກວດກາການຄ້າກວດກາພົບຢູ່ 16 ຮ້ານຂາຍຍົກ-ຂາຍຍ່ອຍໃນຕະຫລາດເທສະບານແຂວງນັບແຕ່ຕົ້ນເດືອນກຸມພາຜ່ານມານີ້.
