ຈີນແນະນຳປະຊາຊົນຢ່າສັ່ງເຄື່ອງຈາກຕ່າງປະເທດ ຫລັງພົບຜູ້ຕິດເຊື້ອໂອມິຄຣອນໃນນະຄອນຫລວງປັກກິ່ງ ອາດຕິດເຊື້ອຜ່ານຈົດໝາຍສົ່ງຈາກການາດາ

ຈີນຄາດວ່າຜູ້ຕິດເຊື້ອໂອມິຄຣອນຄົນທຳອິດຂອງປັກກິ່ງ ອາດຕິດເຊື້ອຈາກພັດສະດຸທີ່ສົ່ງມາຈາກການາດາ ແນະນຳປະຊາຊົນຢ່າສັ່ງເຄື່ອງຈາກຕ່າງປະເທດຕອນນີ້ ເຖິງວ່າຜ່ານມານັກວິທະຍາສາດຊີ້ມີຄວາມເປັນໄປໄດ້ຕໍ່າມະນຸດຕິດໂຄວິດຈາກສິ່ງຂອງ.
ວັນທີ 18 ມັງກອນ 2022, ເວັບໄຊ BBC ລາຍງານວ່າ: ເຈົ້າໜ້າທີ່ທ້ອງຖິ່ນໃນນະຄອນຫລວງປັກກິ່ງຂອງຈີນ ແນະນຳໃຫ້ປະຊາຊົນຢຸດສັ່ງສິນຄ້າທີ່ຂົນສົ່ງມາຈາກຕ່າງປະເທດ ຫລັງເຈົ້າໜ້າທີ່ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອມິຄຣອນຄົນທຳອິດຂອງປັກກິ່ງ ໂດຍບໍ່ມີປະຫວັດເດີນທາງໄປຕ່າງປະເທດ ລວມທັງບໍ່ໄດ້ເດີນທາງອອກຈາກນະຄອນຫລວງປັກກິ່ງໃນໄລຍະ 14 ວັນຜ່ານມາ.
ສູນປ້ອງກັນ ແລະ ຄວບຄຸມພະຍາດປະຈຳນະຄອນຫລວງປັກກິ່ງຊີ້ວ່າ: ອາດເປັນໄປໄດ້ທີ່ຜູ້ຕິດເຊື້ອຄົນນີ້ຈະຕິດໂຄວິດສາຍພັນໂອມິຄຣອນ ຜ່ານຈົດໝາຍທີ່ສົ່ງມາຈາກປະເທດການາດາ ເນື່ອງຈາກກວດພົບວ່າ: ບໍລິເວນພື້ນຜິວຂອງຈົດໝາຍມີເຊື້ອໂອມິຄຣອນ ເຊັ່ນດຽວຈາກການກວດສອບຈົດໝາຍລັອດດຽວກັນທີ່ພົບເຊື້ອໂຄວິດຕິດຢູ່ໃນພື້ນຜິວຂອງພັດສະດຸເຖິງ 5 ຕົວຢ່າງ ແລະ ມີບາງຕົວຢ່າງ
ທີ່ມີເຊື້ອໂຄວິດປະປົນຢູ່ພາຍໃນບັນຈຸພັນທີ່ບໍ່ໄດ້ເປີດມາກ່ອນ.
ເຖິງຢ່າງໃດກໍຕາມ, ຜ່ານມານັກວິທະຍາສາດຊີ້ວ່າ: ການຕິດໂຄວິດຈາກການສຳຜັດກັບພື້ນຜິວວັດສະດຸທີ່ມີເຊື້ອປົນເປື້ອນເປັນໄປໄດ້ຕໍ່າຫລາຍ ໂດຍສູນປ້ອງກັນ ແລະ ຄວບຄຸມພະຍາດອາເມລິກາ ເຄີຍຄາດການວ່າ: ຄວາມສ່ຽງທີ່ມະນຸດຈະຕິດໂຄວິດຈາກການສຳຜັດພື້ນຜິວປົນເປື້ອນ ມີໂອກາດບໍ່ເຖິງ 1 ຕໍ່ 10.000.
ຈາກການກວດພົບຜູ້ຕິດເຊື້ອຫລ້າສຸດໃນນະຄອນຫລວງປັກກິ່ງ ເຮັດໃຫ້ທາງການຕ້ອງອອກມາດຕະການເຂັ້ມງວດທັນທີ ໂດຍນອກຈາກການແນະນຳໃຫ້ປະຊາຊົນຢຸດສັ່ງເຄື່ອງທີ່ມາຈາກຕ່າງປະເທດແລ້ວ ຍັງແນະນຳໃຫ້ປະຊາຊົນໃສ່ຖົງມືເປີດພັດສະດຸ ແລະ ຂໍ້ໃຫ້ເປີດໃນພື້ນທີ່ໂລ່ງແຈ້ງ. ຂະນະດຽວກັນຍັງເລີ່ມຕົ້ນມາດຕະການລັອກດາວຢ່າງເຂັ້ມງວດ ເລີ່ມແຕ່ໃນຫ້ອງການຂອງຜູ້ຕິດເຊື້ອທີ່ມີຄຳສັ່ງລັອກດາວພະນັກງານໃນອາຄານດັ່ງກ່າວທັນທີ.
ນອກຈາກນີ້, ທາງການຈີນຍັງປະກາດທາມລາຍຂອງຜູ້ຕິດເຊື້ອຄົນດັ່ງກ່າວສູ່ສາທາລະນະຢ່າງລະອຽດໃນໄລຍະ 2 ອາທິດຜ່ານມາ ນັບແຕ່ການໃຊ້ບໍລິການຂົນສົ່ງມວນຊົນ, ຮ້ານອາຫານ ຫລື ຊຸບເປີມາເກັດທີ່ເຄີຍໄປໃຊ້ບໍລິການ ໄປຈົນເຖິງຫ້ອງນ້ຳສາທາລະນະທີ່ຜູ້ຕິດເຊື້ອຄົນດັ່ງກ່າວມີປະຫວັດເຂົ້າໃຊ້ ເຊິ່ງໃນເບື້ອງຕົ້ນພົບປະຊາຊົນຫລາຍກວ່າ 16.000 ຄົນ ຕ້ອງເຂົ້າຮັບການກວດ ແລະ ຜົນກວດອອກມາບໍ່ພົບເຊື້ອແລ້ວ.
ສະຖານະການໂຄວິດໃນປະເທດຈີນ ເຖິງວ່າຈະມີຈຳນວນຜູ້ຕິດເຊື້ອໜ້ອຍກວ່າປະເທດອື່ນ ເນື່ອງຈາກບັງຄັບໃຊ້ນະໂຍບາຍທີ່ເຂັ້ມງວດ, ແຕ່ຈາກເປົ້າໝາຍຂອງລັດຖະບານຈີນທີ່ຕ້ອງການໃຫ້ໂຄວິດເປັນສູນ. ຂະນະດຽວກັນໃນໄລຍະນີ້ເຂົ້າໃກ້ການແຂ່ງຂັນກິລາໂອລິມປິກລະດູໜາວ ເຊິ່ງນະຄອນຫລວງປັກກິ່ງເປັນເຈົ້າພາບແລ້ວ ຍິ່ງເຮັດໃຫ້ຫລາຍຝ່າຍກັງວົນເຖິງຄວາມເຂັ້ມງວດໃນການຄວບຄຸມພະຍາດຂອງລັດຖະບານຈີນຫລາຍຂຶ້ນ.
ໃນຕອນນີ້, ເລີ່ມມີບາງຝ່າຍສະແດງຄວາມເຫັນວ່າ: ສະຖານະການໂຄວິດ-19 ໃນຈີນເລີ່ມຊັບຊ້ອນກວ່າເກົ່າ ເຫັນໄດ້ຈາກເຈົ້າໜ້າທີ່ເລີ່ມສືບຫາຕົ້ນຕໍການຕິດເຊື້ອຂອງຜູ້ຕິດເຊື້ອໂຄວິດຍາກຂຶ້ນ ໂດຍສະເພາະຖ້າເປັນໂຄວິດສາຍພັນໂອມິຄຣອນທີ່ມີທ່າອ່ຽງແພ່ເຊື້ອໄວກວ່າສາຍພັນອື່ນ ແລະ ຜູ້ຕິດເຊື້ອອາດບໍ່ສະແດງອາການໃດໆ ເຊິ່ງອາດນຳໄປສູ່ທາງຕັນຂອງການບັງຄັບໃຊ້ນະໂຍບາຍໂຄວິດເປັນສູນຂອງຈີນ.
ອ້າງອີງ:
https://www.bbc.com/news/world-asia-china-60023968

