ຊາວນະຄອນຫລວງວຽງຈັນຫລາຍຄົນ ຕົກໃຈຈາກລະບົບໄຟຟ້າບໍ່ປົກກະຕິ

ເພ່ືອນຜູ້ອ່ານທີ່ຮັກແພງ, ບໍ່ຮູ້ວ່າດ້ວຍສາເຫດໃດໃນ 2-3 ມື້ຜ່ານມານີ້, ສະພາບການສະໜອງໄຟຟ້າຢູ່ນະຄອນຫລວງວຽງຈັນເຫັນວ່າຜິດປົກກະຕິຫລາຍ ບຶດໄຟແຮງ, ບຶດໄຟຄ່ອຍ ເປັນມັບໆແມັບໆຢ່າງໜ້າຢ້ານກົວ ພ້ອມໄດ້ສົ່ງຜົນກະທົບໃຫ້ເຄື່ອງໄຟຟ້າຫລາຍຢ່າງໃນບາງຄອບຄົວໄດ້ຮັບຜົນກະທົບ ແລະ ໃນຂະນະນັ້ນ ກອງບັນນາທິການໜັງສືພິມພວກເຮົາກໍໄດ້ຖາມໄປຫລາຍເຂດໃນນະຄອນຫລວງມີຫລາຍຄອບຄົວກໍຕົກຢູ່ໃນສະພາບດັ່ງກ່າວ ໂດຍສະເພາະແມ່ນຍາມຫົວຄໍ່າລະຫວ່າງ 18-20 ໂມງ ແລະ ຕໍ່ສະພາບດັ່ງກ່າວກໍບໍ່ໄດ້ຮັບການແຈ້ງເຕືອນໃດໆຂອງພາກສ່ວນຮັບຜິດຊອບ ແລະ ຫລາຍຄົນກໍມີຄຳຖາມມາວ່າ: ຖ້າເກີດກໍລະນີຮ້າຍແຮງສົ່ງຜົນກະທົບເຖິງເຄື່ອງໃຊ້ໄຟຟ້າທີ່ມີລາຄາແພງນັ້ນແມ່ນໃຜຈະເປັນຜູ້ຮັບຜິດຊອບ. ແຕ່ເຖິງແນວໃດກໍດີ, ກໍລະນີຜິດປົກກະຕິຂອງການສະໜອງໄຟຟ້າຂອງນະຄອນຫລວງຄັ້ງນີ້ ເຖິງຍັງບໍ່ຮ້າຍແຮງແຕ່ກໍອາດເປັນບົດຮຽນໃຫ້ພາກສ່ວນກ່ຽວຂ້ອງມີສະຕິ ແລະ ແຈ້ງເຕືອນໃຫ້ປະຊາຊົນ ກໍຄືຜູ້ຊົມໃຊ້ຮັບຊາບ ເພື່ອຈະມີວິທີປ້ອງກັນເຄື່ອງໃຊ້ໄຟຟ້າຂອງຕົນໃຫ້ດີ.

