ກຽມສ້າງສາລະຄະດີເລື່ອງຫຍຸ້ງໆຂອງ ຢໍໂຄວິດ ກຽມລົງເຜີຍແຜ່ໃນ Netflix

ແຟນເທນນິສກຽມຖ້າຊົມເບື້ອງເລິກ ເລື່ອງລາວວຸ້ນວາຍຂອງ ໂນວັກ ຢໍໂຄວິດ ກ່ຽວກັບວີຊາເຂົ້າ ອອສເຕຣເລຍ ກຽມຖືກຜະລິດເປັນສາລະຄະດີສາຍໃນ ເນັດຟລິກ (Netflix)  ຄ້າຍສາລະຄະດີ Drive to survive ທີ່ເຄີຍຕີແຜ່ວົງການ ເອຟ ວັນ ມາກ່ອນຫນ້ານີ້.

Netflix ບໍລິການສະຕຣີມມິງບັນເທີງຊື່ດັງຂອງໂລກ ກຽມຕີແຜ່ເລື່ອງລາວວຸ້ນວາຍກ່ຽວກັບການຂໍຍົກເວັ້ນການສີກວັກຊີນປ້ອງກັນໂຄວິດ-19 ແລະ ບັນຫາວຸ້ນວາຍເລື່ອງວີຊເຂົ້າປະເທດ ອອສເຕຣງເລຍ ຂອງ ໂນວັກ ຢໍໂຄວິດ ນັກເທັນນິສມື 1 ຂອງໂລກ ອອກສາຍໃນຮູບແບບຂອງສາລະຄະດີເປັນຊີຣີສ ຄ້າຍກັບ ໄດຣ ທູ ເຊີໄວ ( Drive to survive )  ສາລະຄະດີຕີແຜ່ເລື່ອງລາວໃນວົງການລົດສູດຫນຶ່ງຊີງແຊ໊ມໂລກ ທີ່ອອກສາຍ ແລະ ສ້າງຄວາມດົ່ງດັງໄປກ່ອນຫນ້ານີ້.

ເລື່ອງດັງກ່າວເກີດມາຈາກ ຢໍໂຄວິດ ໄດ້ຍື່ນເລື່ອງຂໍຍົກເວັ້ນການສີກວັກຊີນໂຄວິດ-19 ເພື່ອເດີນທາງເຂົ້າອອສເຕຣເລຍ ແຕ່ຖືກກັກຕົວຢູ່ສະຫນາມບິນ ແລະຖືກທາງການອອສເຕຣເລຍຍົກເລີກວີຊາ ຈົນເປັນຂ່າວດົ່ງດັງໄປທົ່ວໂລກໃນໄລຍະອາທິດຜ່ານມາ ກ່ອນທີ່ສານຈະຕັດສິນວ່ານັກເທັນນິສຊື່ດັງ ໄດ້ເຮັດເລື່ອງຂໍຍົກເວັ້ນສີກວັກຊີນຖືກຕ້ອງຕາມຂະບວນການ ແລະ ມີຄຳສັ່ງໃຫ້ຄືນວີຊາ ແລະ ປ່ອຍລາວອອກຈາກສະຖານທີ່ກັກຕົວ ສົ່ງຜົນໃຫ້ນັກເທັນນິສຊາວເຊີເບຍ ສາມາດລົງແຂ່ງຂັນປ້ອງກັນແຊ໊ມ ອອສເຕຣເລຍ ໂອເພັນ ແກຣນສະແລມທຳອິດຂອງປປີ ທີ່ຈະເລີ່ມແຂ່ງໃນວັນທີ 17 ມັງກອນນີ້ ເຖິງວ່າລັດຖະມົນຕີກະຊວງກວດຄົນເຂົ້າເມືອງອົດສະຕຣາລີຈະຍັງມີອຳນາດຕາມກົດຫມາຍໃນການຍົກເລີກວີຊາຂອງລາວໄດ້ຢູ່ກໍຕາມ.