ປີ 2022 ສ່ວຍສາອາກອນຕ້ອງສ້າງທ່າຫັນປ່ຽນໃໝ່ແກ້ການຮົ່ວໄຫລຂອງລາຍຮັບທຸກຮູບແບບ

ໃນໂອກາດເຂົ້າຮ່ວມໂອ້ລົມໃຫ້ທິດຊີ້ນຳ​ຕໍ່ກອງ​ປະ​ຊຸມສະ​ຫຼຸບວຽກ​ງານ​ສ່ວຍ​ສາອ​າ​ກອນ ປະ​ຈຳ​ປີ 2021 ແລະ​ ທິດ​ທາງປະ​ຈຳ​ປີ 2022 ​ຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ໄດ້ເນັ້ນໃຫ້ຂະແໜງສ່ວຍສາອາກອນໃນທົ່ວຂອບເຂດປະເທດໃນປີ 2022 ຕ້ອງສ້າງທ່າຫັນປ່ຽນສູ່ອັນໃໝ່ຢ່າງຕັ້ງໜ້າຢ່າງເຂັ້ມແຂງຮອບດ້ານ, ໂດຍແກ້ການຮົ່ວໄຫຼຂອງລາຍຮັບງົບປະມານທຸກຮູບແບບຢ່າງເຂັ້ມງວດ.

ໃນລະຫວ່າງ​ວັນ​ທີ 11-12 ມັງກອນ 2022 ນີ້, ໄດ້​ເປີດກອງ​ປະ​ຊຸມສະ​ຫຼຸບວຽກ​ງານ​ສ່ວຍ​ສາອ​າ​ກອນ ປະ​ຈຳ​ປີ 2021 ແລະ​ ທິດ​ທາງປະ​ຈຳ​ປີ 2022 ໂດຍ​ການ​ເປັນ​ປະ​ທານຂອງທ່ານ ບຸນປະເສີດ ສີກຸນນະບຸດ ຫົວ​ໜ້າ​ກົມ​ສ່ວຍ​ສາ​ອາ​ກອນ, ມີຫົວໜ້າ, ຮອງ​ຫົວໜ້າກົມ, ຜູ້ຕາງໜ້າກົມ​ອ້ອມ​ຂ້າງ​ກະຊວງ​ການ​ເງິນ, ຫົວໜ້າພະ​ແນກ, ຮອງ​ຫົວໜ້າພະ​ແນກອ້ອມ​ຂ້າງ​ກົມ, ຫົວ​ໜ້າສ່ວຍ​ສາ​ອາກອນ​ປະ​ຈຳ​ແຂວງ, ນະ​ຄອນ​ຫຼວງວຽງຈັນ, ຫົວ​ໜ້າ​ສ່ວຍ​​ສາ​ອາ​ກອນ​ປະ​ຈຳ​ 09 ເມືອງ ແລະ ພະນັກງານ​ຫຼັກແຫຼ່ງເຂົ້າຮ່ວມ.

ໂດຍອີງຕາມການລາຍງານຂອງທ່ານ ບຸນປະເສີດ ສີກຸນນະບຸດ ຫົວ​ໜ້າ​ກົມ​ສ່ວຍ​ສາ​ອາ​ກອນວ່າ: ກອງປະຊຸມຄັ້ງນີ້ໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມບາງເອກະສານສຳຄັນຂອງຂະແໜງສວຍສາອາກອນເປັນຕົ້ນ: ບົດສະ ຫຼຸບການເຄື່ອນໄຫວວຽກງານສວຍສາອາກອນປະຈໍາປີ 2021 ແລະ ທິດທາງແຜນການໃນປີ 2022, ຄໍາແນະນໍາກົມສ່ວຍສາອາກອນກ່ຽວກັບມາດຕະການໃນການຈັດຕັ້ງປະຕິບັດໃນປີ 2022, ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ, ຂໍ້ຕົກລົງກະຊວງການເງິນກ່ຽວກັບພາລະບົດບາດໃໝ່ຂອງກົມສ່ວຍສາອາກອນ, ການກຳນົດຕຳແໜ່ງງານພະນັກງານນຳພາຄຸ້ມຄອງຂອງແຂວງ, ນະຄອນຫຼວງ, ເມືອງ ແລະ ໜ່ວຍງານ, ຄຳສັ່ງເລກທີ 18/ນຍ, ແຈ້ງການກະຊວງການເງິນ ສະບັບເລກທີ 4491/4490/ກງ ແລະ ແນະນໍາວິທີຈັດຕັ້ງປະຕິບັດວຽກງານ ແລະ ກົນໄກການຄຸ້ມຄອງເກັບລາຍຮັບບໍ່ແມ່ນພາສີ-ອາກອນ ແລະ ອື່ນໆທີ່ກ່ຽວຂ້ອງ.
ນອກນັ້ນ, ໄດ້ເປັນເອກະພາບຕໍ່ຕົວເລກແຜນລາຍຮັບຂອງຂະແໜງສ່ວຍສາອາກອນປະຈໍາປີ 2022 ທັງ ໝົດ 19.822,00 ຕື້ກີບ.ໃນນັ້ນ, ເປັນລາຍຮັບສ່ວຍສາອາກອນ 14.423 ຕື້ກີບ, ລາຍຮັບຂອງຂະແໜງຊັບສິນຈຳນວນ 3.887 ຕື້ກີບ ແລະ ລາຍຮັບວິສາຫະກິດລັດລົງທຶນ 1.512 ຕື້ກີບ, ພ້ອມທັງກໍານົດວຽກງານຈຸດສຸມເປັນຕົ້ນ: ວຽກງານປັບປຸງລະບົບການຄຸ້ມຄອງ ແລະ ຂະຫຍາຍຖານລາຍຮັບ, ການຫັນຫົວໜ່ວຍທຸລະກິດເຂົ້າລະບົບ ອມພ, ວຽກງານການຄຸ້ມຄອງໃບເກັບເງິນ, ການຄຸ້ມຄອງນໍ້າມັນເຊື້ອໄຟ ແລະ ສິນຄ້າເຄື່ອງຂອງຂອງຫົວໜ່ວຍທຸລະກິດນໍາເຂົ້າສົ່ງອອກ,ການຄຸ້ມຄອງຈັດເກັບຄ່າທຳນຽມທາງ-ພາສີທີ່ດິນ ແລະ ວຽກອື່ນໆ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ມີທິດຊີ້ນໍາໃຫ້ຂະແໜງສ່ວຍສາອາກອນໃນທົ່ວຂອບເຂດປະເທດ, ຕ້ອງສ້າງທ່າຫັນປ່ຽນສູ່ອັນໃໝ່ຢ່າງຕັ້ງໜ້າຢ່າງເຂັ້ມແຂງຮອບດ້ານ, ແກ້ການຮົ່ວໄຫຼຂອງລາຍຮັບງົບປະມານທຸກຮູບແບບຢ່າງເຂັ້ມງວດ, ຕ້ອງກ້າຕັດສິນໃຈ, ຍົກບັນຫານໍາສະເໜີ, ສຸມໃສ່ແກ້ບັນຫາຕາມຄໍາສັ່ງເລກທີ 18/ນຍ, ຄົ້ນຄວ້າສ້າງກົນໄກການຈັດຕັ້ງປະຕິບັດໃນການເສຍຄ່າທໍານຽມທາງໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈຢ່າງເຖິງຖອງ, ສົມທົບກັບ ປກສ ແລະ ກົມຄຸ້ມຄອງພາຫະນະໃນການຄຸ້ມຄອງກວດກາຢ່າງເຂັ້ມງວດ, ເພື່ອໃຫ້ມີທ່າຫັນປ່ຽນໃໝ່ໃຫ້ມີປະສິດທິພາບທີ່ດີຂຶ້ນ, ໃຫ້ເຈົ້າໜ້າທີ່ລົງກວດກາການຖືບັນຊີອາກອນທີ່ບໍ່ຖືກຕ້ອງຂອງຫົວໜ່ວຍທຸລະກິດແຕ່ລະຂັ້ນ, ບັນຫາການຕິດຕາມການນໍາເຂົ້ານໍ້າມັນ ແລະ ເຄື່ອງຂອງສ້າງແຜນດໍາເນີນງານ, ປຶກສາຫາລືເຮັດວຽກແຕ່ຫົວທີມີຄວາມຮັບຮູ້ກໍາໄດ້ ແລະ ເອກະພາບກັນໃນການຈັດຕັ້ງປະຕິບັດຕາມນິຕິກໍາທີ່ກໍານົດອອກແຕ່ລະໄລຍະ, ສ້າງບາດລ້ຽວບຸກທະລຸທາງດ້ານລະບຽບການ, ຫັນການຈັດຕັ້ງປະຕິບັດວຽກງານໃຫ້ເປັນທັນສະໄໝຫຼາຍຂຶ້ນ, ສ້າງສິ່ງຈູງໃຈໃຫ້ຫົວໜ່ວຍທຸລະກິດໃຫ້ມີຄວາມເຊື່ອໝັ້ນໃນການນໍາໃຊ້ລະບົບໂດຍຕ້ອງມີກົນໄກຄົບຊຸດ, ຫັນເອົາຫົວໜ່ວຍທັງໝົດເຂົ້າໃນການຄຸ້ມຄອງອາກອນໃຫ້ໄດ້ທັງໝົດ ແລະເສີມຂະຫຍາຍຖານລາຍຮັບອາກອນໃຫ້ເພີ່ມຂຶ້ນຕາມທີ່ໄດ້ມີການປັບປຸງລະບຽບກົດໝາຍໃໝ່ ແລະ ກົນໄກການຈັດຕັ້ງປະຕິບັດໃຫ້ສອດ ຄ່ອງກັບສະພາບການຕົວຈິງ.