ລັດຖະມົນຕີ​ສາທາຢືນຢັນ​​ຍັງ​ບໍ່​ພົບ​ກໍລະນີ​ຜູ້​ຕິດ​ເຊື້ອ ພະຍາດ​ອັກ​ເສບ​ປອດສາຍ​ພັນ​ໃໝ່​ຢູ່​ລາວ

      ລັດຖະມົນຕີກະຊວງສາທາລະນະສຸກຢັ້ງຢືນວ່າ: ປັດຈຸບັນ ລາວຍັງບໍ່ພົບກໍລະນີຕິດເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັສ ພາຍຫລັງສັງຄົມເປັນຫ່ວງເຖິງມາດຕະຖານການວິເຄາະເພື່ອຊອກຫາເຊື້ອພະຍາດ.

      ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກຢືນຢັນວ່າ: ກະຊວງສາທາລະນະສຸກໄດ້ເຮັດວຽກຮ່ວມກັບອົງການອະນາໄມໂລກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງກັບພະຍາດໂຄໂຣນາໄວຮັສ ຜົນການກວດແຕ່ລະຄັ້ງລ້ວນແຕ່ມີປະສິດທີພາບ ຜ່ານ​ເຄື່ອງວິເຄາະຂໍ້ມູນທີ່ໄດ້ມາດຕະຖານ ແລະ ສາມາດຮັບປະກັນໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງຫມັ້ນໃຈໄດ້ວ່າ ປັດ​ຈຸບັນຢູ່​ລາວ​ເຮົາຍັງບໍ່ມີລາຍງານການຕິດເຊື້ອໂຄໂຣນາສາຍພັນໃຫມ່. ຢ່າງ​ໃດກໍຕາມ ​ລັດຖະບານ ກໍຄືກະຊວງສາທາລະນະສຸກ ໄດ້ສືບຕໍ່ກະກຽມຄວາມພ້ອມ ເພື່ອຮັບມືກັບພະຍາດນີ້ຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີກໍລະນີການຕິດເຊື້ອໃນລາວ ແລະ ຖ້າຫາກພົບຄົນຕິດເຊື້ອຈະພະຍາຍາມຈໍາກັດການລະບາດຢ່າງທັນການ.

     ລັດຖະມົນຕີກະຊວງສາທາລະນະສຸກ ຢັ້ງຢືນຕື່ມວ່າ: ລາວມີການລາຍງານກໍລະນີສົງໄສທັງຫມົດ 19 ກໍລະນີ ແຕ່ຜ່ານການກວດວິເຄາະແລ້ວ ບໍ່ພົບເຊື້ອພະຍາດນີ້​ແຕ່​ຢ່າງ​ໃດ. ສໍາລັບການຕິດຕາມກໍລະນີສໍາຜັດໃກ້ຊິດກັບຄົນເຈັບທີ່ຖືກຢັ້ງຢືນວ່າຕິດເຊື້ອພະຍາດອັກເສບປອດທີ່ເຂົ້າມາທ່ຽວລາວແລ້ວກັບຄືນເມືອກວດພົບຢູ່ຈີນນັ້ນ, ໄດ້ຕິດຕາມຢ່າງໃກ້ຊິດທັງບຸກຄົນທີ່ເຮັດວຽກໃນການບໍລິການກຸ່ມທ່ອງທ່ຽວ, ພະນັກງານຂັບລົດ, ຜູ້ບໍລິການໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ທຸກຄົນທີ່ມີການສໍາຜັດຢູ່ແຂວງຫລວງພະບາງຈໍານວນ 86 ຄົນ, ແຂວງຫລວງນໍ້າທາ ແລະ ອຸດົມໄຊເຫັນວ່າທັງຫມົດມີສຸຂະພາບແຂງແຮງດີ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ