ຍີ່ປຸ່ນກຽມສັກວັກຊີນປ້ອງກັນໂຄວິດ ໃຫ້ເດັກອາຍຸຕໍ່າກວ່າ 12 ປີ ໃນເດືອນມີນານີ້

ວັນທີ 11 ມັງກອນ 2022, ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຂອງຍີ່ປຸ່ນ ເຜີຍວ່າ: ຍີ່ປຸ່ນກຽມວາງແຜນສັກວັກຊີນປ້ອງກັນໂຄວິດໃຫ້ເດັກທີ່ມີອາຍຸຕໍ່າກວ່າ 12 ປີ ໃນເດືອນມີນາຈະເຖິງນີ້ ເພື່ອຮັບມືການແພ່ລະບາດຂອງເຊື້ອໄວຣັສໂຄໂຣນາກາຍພັນສາຍພັນໂອມິຄຣອນ ແລະ ການແພ່ລະບາດຮອບໃໝ່ທີ່ອາດຈະເກີດຂຶ້ນໃນອະນາຄົດ.

ໂດຍລັດຖະບານຈະເປີດສູນສັກວັກຊີນຂະໜາດໃຫຍ່ຂຶ້ນອີກໃນນະຄອນຫລວງໂຕກຽວ ແລະ ໂອຊາກ້າ ໃນຕົ້ນເດືອນກຸມພານີ້ ເພື່ອໃຫ້ບໍລິການສັກວັກຊີນເຂັມກະຕຸ້ນໃຫ້ປະຊາຊົນໃນຍີ່ປຸ່ນ ເຊິ່ງກ່ອນໜ້ານີ້ເຄີຍເປີດໃຫ້ບໍລິການສັກວັກຊີນໃຫ້ປະຊາຊົນທີ່ມີອາຍຸແຕ່ 16 ປີຂຶ້ນໄປ.

ອີກທັງກະຊວງສາທາລະນະສຸກຍີ່ປຸ່ນໄດ້ໄຟຂຽວ ອະນຸຍາດໃຫ້ໃຊ້ວັກຊີນປ້ອງກັນໂຄວິດຈາກ Moderna ເປັນວັກຊີນເຂັມກະຕຸ້ນໄດ້ ໃນເດືອນທັນວາຜ່ານມາ ເຊັ່ນດຽວກັບວັກຊີນປ້ອງກັນໂຄວິດຈາກ Pfizer ທີ່ໄດ້ຮັບອະນຸຍາດໄປກ່ອນໜ້ານີ້ແລ້ວໃນເດືອນພະຈິກ 2021 ໂດຍ Pfizer ໄດ້ຍື່ນເລື່ອງຂໍອະນຸຍາດສັກວັກຊີນໃນເດັກອາຍຸ 5-11 ປີ ຮຽບຮ້ອຍແລ້ວ.

ຫລ້າສຸດ ຍີ່ປຸ່ນມີຜູ້ຕິດເຊື້ອສະສົມ 1,77 ລ້ານຄົນ ໂດຍຜູ້ຕິດເຊື້ອສ່ວນຫລາຍຢູ່ນະຄອນຫລວງໂຕກຽວ, ໂອຊາກ້າ ແລະ ຄານາກາວະ, ມີຜູ້ເສຍຊີວິດແລ້ວ 1,8 ໝື່ນກວ່າຄົນ, ທາງການເດີນໜ້າສັກວັກຊີນໄປແລ້ວຫລາຍກວ່າ 200 ລ້ານໂດສ, ພົນລະເມືອງປະມານ 79% ເຂົ້າຮັບວັກຊີນຄົບໂດສແລ້ວ.

ອ້າງອີງ:

https://english.kyodonews.net/…/b7ac10136a7b-japan-to…

https://mainichi.jp/…/arti…/20220111/p2g/00m/0na/027000c

https://www.nst.com.my/…/japan-start-vaccinating…