ຊາວໜຸ່ມລາວ-ຫວຽດນາມ ຮ່ວມກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ ເຍົາວະຊົນ

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກໍາມາທິການຮ່ວມມືທະວິພາຄີ ລາວ-ຫວຽດນາມ​ ທີ່ຈັດຂຶ້ນໃນວັນທີ 9-10 ມັງກອນ 2022 ຢູ່ສໍານັກງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິງ ນະຄອນຫຼວງ​ຮ່າໂນ້ຍ​ສສ​ ຫວຽດນາມ​, ສະຫາຍ ອາລຸນໄຊ​ ສູນນະລາດ​ ກໍາມະການ​ສູນກາງ​ພັກ,​ ເລຂາ​ຄະນະ​ບໍລິຫານ​ງານ​ ສຊປລ ແລະ ສະຫາຍ​ ຫງວຽນ ແອງຕັວນ ກໍາມະການສູນກາງພັກ,​ ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິງ ພ້ອມຄະນະ ໄດ້ພົບປະບໍ່ເປັນທາງການຊຶ່ງທັງສອງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ​ ເຫັນພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນຕໍ່ໜ້າໃຫ້ມີປະສິດທິ ພາບສູງ.

ການເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກໍາມາທິການຮ່ວມມືລາວ-ຫວຽດນາມ,​ ສອງຝ່າຍໄດ້ລົງນາມໃນສັນຍາການຮ່ວມມືໂຄງການສູນຝຶກອົບຮົມຊາວໜຸ່ມ,​ ເຍົາວະຊົນ ລາວ-ຫວຽດນາມ​ ທີ່ຈະກໍ່ສ້າງຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ​ ລາວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ​ ໂດຍສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວແລະ ສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍການນຳຂັ້ນສູງ ສອງປະເທດເຂົ້າຮ່ວມ ເປັນສັກຂີພະຍານ.