ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງ ເຫວະ ຕ້ອນຮັບ ນາຍົກລາວ ທ່ານ ພັນຄຳ ວິພາວັນ

ແຫຼ່ງຂ່າວຈາກສຳນັກຂ່າວສານຫວຽດນາມ ໃຫ້ຮູ້ວ່າ ຕອນບ່າຍວັນທີ 8 ມັງກອນ, ຢູ່ທີ່ຫໍສະພາແຫ່ງຊາດຫວຽດນາມ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງ ເຫວະ ໄດ້ຕ້ອນຮັບ ນາຍົກລັດຖະມົນຕີຂອງລາວ ທ່ານ ພັນຄຳ ວິພາວັນ ເຂົ້າຢ້ຽມຂໍ່ານັບ
ໂອກາດນີ້ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມຂໍ່ານັບຊົມເຊີຍຢ່າງສຸດໃຈທີ່ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ນຳພາຄະນະຜູ້ແທນລະດັບສູງຂອງລາວມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ທີ່ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງຍາມໃດກໍໃຫ້ຄວາມໄວ້ເນື້ອ ເຊື່ອໃຈ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ.
ສະຫາຍພັນຄຳ ວິພາວັນ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມາຢ້ຽມຢາມຫວຽດນາມເປັນຄັ້ງທຳອິດ ໃນຖານະເປັນນາຍົກລັດຖະມົນຕີຂອງລາວ, ພ້ອມນີ້ ທ່ານຍັງໄດ້ຕີລາຄາສູງຕໍ່ຜົນງານທີ່ຍິ່ງໃຫຍ່ ແລະ ສຳຄັນທີ່ມີຄວາມໝາຍທາງດ້ານປະຫວັດສາດທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງຍາດມາໄດ້ໃນໄລຍະທີ່ຜ່ານມາ, ພ້ອມສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກຄອມມຸຍນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະປະຕິບັດຢ່າງມີຜົນສະເດັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຄອມມິວນິດຫວຽດນາມ ແລະ ແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 2021-2030 ເພື່ອຍົກສູງຖານະບົດບາດຂອງຫວຽດນາມໃນເວທີພາກພື້ນ ແລະ ສາກົນ.

