ແພດອັງກິດ ພົບ 5 ອາການໃໝ່ຂອງ ‘ໂອມິຄຣອນ’ ເຫື່ອອອກຕອນກາງຄືນຂະນະນອນຫລັບ

ແພດອັງກິດ ເຜີຍ ພົບ 5 ອາການໃໝ່ “ໂອມິຄຣອນ” ເຫື່ອອອກຕອນກາງຄືນຂະນະນອນຫລັບ ເຖິງວ່າຢູ່ຫ້ອງແອ, ເມື່ອຍຫລາຍ ແລະ ໄອແຫ້ງ ເລັ່ງຍົກລະດັບເຂັ້ມງວດ.

ວັນທີ 20 ທັນວາ 2021, ເວລອອນລາຍ ລາຍງານວ່າ: ເນື່ອງຈາກຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາ 2019 ເພີ່ມຂຶ້ນອີກ ໂດຍສາຍພັນໂອມິຄຣອນກຳລັງແຜ່ກະຈາຍຢ່າງວ່ອງໄວທົ່ວອັງກິດ ເຊິ່ງຢ້ານວ່າຈະມີການກຳນົດມາດຕະການທີ່ເຂັ້ມງວດຂຶ້ນໃນມໍ່ໆນີ້ ເພື່ອຄວບຄຸມເຊື້ອດັ່ງກ່າວ.

ຈຳນວນຜູ້ຕິດເຊື້ອໂອມິຄຣອນທີ່ໄດ້ຮັບການບັນທຶກທົ່ວປະເທດສູງເກືອບ 25.000 ຄົນ ເມື່ອເວລາ 18:00 ໂມງ ຂອງວັນທີ 17 ທັນວາ ເພີ່ມຂຶ້ນຫລາຍກວ່າ 10.000 ຄົນຈາກ 24 ຊົ່ວໂມງກ່ອນໜ້າ ດ້ວຍຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນ ເຮັດໃຫ້ຜູ້ຊ່ຽວຊານເຕືອນວ່າ: ອາດມີການຕິດເຊື້ອໃໝ່ຫລາຍແສນຄົນທຸກວັນ.

ດຣ. ອາເມຍ ຂ່ານ ໃຫ້ສຳພາດຕໍ່ລໍແຣນ ແຫ່ງ ITV ພ້ອມເປີດເຜີຍອາການຫລັກທີ່ຜູ້ຕິດເຊື້ອໄດ້ຮັບ ເຊິ່ງເປັນຕົວແປໃໝ່ທີ່ປາກົດຂຶ້ນຂະນະນອນຫລັບ ກ່າວວ່າ: ແພດຈາກອາຟຣິກາໃຕ້ ເຊິ່ງເປັນປະເທດທີ່ກວດພົບເຊື້ອໂອມິຄຣອນນີ້ເປັນຄັ້ງທຳອິດ ໄດ້ຄົ້ນພົບວ່າ: ຜູ້ຕິດເຊື້ອມີອາການເຫື່ອອອກຕອນກາງຄືນຂະນະນອນຫລັບ.

“ອາການທີ່ອອກມາຈາກອາຟຣິກາໃຕ້ ໂດຍແພດທີ່ເບິ່ງແຍງຜູ້ຕິດເຊື້ອໂອມິຄຣອນ ສະແດງໃຫ້ເຫັນເຖິງອາການໃໝ່ 5 ປະການ ໄດ້ແກ່ ເຈັບຄໍ, ປວດກ້າມຊີ້ນເລັກໜ້ອຍ, ເມື່ອຍຫລາຍ, ໄອແຫ້ງ ແລະ ເຫື່ອອອກຕອນກາງຄືນ ເຖິງວ່າຈະນອນໃນຫ້ອງແອ ເຊິ່ງເຮັດໃຫ້ປຽກຈົນຕ້ອງລຸກຂຶ້ນໄປປ່ຽນເສື້ອຜ້າ ສິ່ງສຳຄັນຄືເຮົາຕ້ອງຄອຍຕິດຕາມອາການເຫລົ່ານີ້”.

ນັກວິທະຍາສາດຂອງ SAGE ເຕືອນວ່າ: ມາດຕະການ “Plan B” ຫລື ແຜນສອງຂອງລັດຖະບານອັງກິດທີ່ຕ້ອງການຍົກລະດັບການເຂັ້ມງວດມາດຕະການສະກັດການແຜ່ລະບາດຂອງໄວຣັສໂຄວິດ-19 ສາຍພັນໂອມິຄຣອນ ພຽງຢ່າງດຽວຈະບໍ່ພຽງພໍຕໍ່ການປ້ອງກັນເຊື້ອໂອມິຄຣອນ. ດ້ານລະບົບສາທາລະນະສຸກ (NHS) ແນະນຳໃຫ້ປິດສະຖານບັນເທີງໃນຮົ່ມ ແລະ ຍົກເລີກກິດຈະກຳທີ່ມີຄົນໜາແໜ້ນ ເຊິ່ງອາດມີການກຳນົດມາດຕະການທີ່ເຂັ້ມງວດຂຶ້ນຫລັງວັນ Boxing Day ກົງກັບວັນທີ 26 ທັນວາຂອງທຸກປີ.