ແອຟຣິກາ ຄັບ ເດີນຫນ້າແຂ່ງຂັນຕໍ່ ເຖິງຫລາຍທີມຕິດໂຄວິດກໍຕາມ

ສະຫະພັນບານເຕະແອຟຣິກາ (CAF)  ເປີດເຜີຍກົດລະບຽບການແຂ່ງຂັນທີ່ສຳຄັນຂອງການແຂ່ງຂັນ ແອຟຣິກາ ຄັບ ອອຟ ເນຊັນ 2021 ທີ່ປະເທດແຄມເມີຣູນ ລະຫວ່າງວັນທີ 9 ມັງກອນ – 6 ກຸມພາ ເພື່ອທຳຄວາມເຂົ້າໃຈຮ່ວມກັນກັບທີ 24 ທີມຊາດທີ່ເຂົ້າຮ່ວມ ຫລັງຈາກຫລາຍທີມພົບຜູ້ຕິດເຊື້ອໂຄວິດ-19 ກ່ອນເລີ່ມແຂ່ງຂັນ.

ກົດໃຫມ່ຂອງ ຊີເອເອຟ ລະບຸວ່າ ທຸກທີມຈະຕ້ອງລົງແຂ່ງຂັນຕໍ່ໄປ ຫາກມີນັກເຕະພ້ອມລົງສະຫນາມຢ່າງຫນ້ອຍ 11 ຄົນ ເຖິງວ່າໃນຈຳນວນນັ້ນຈະບໍ່ມີຜູ້ຮັກສາປະຕູກໍຕາມ ຖ້າທີມໃດບໍ່ພ້ອມລົງເຕະຕາມລາຍການ ກໍຈະຖືກປັບໃຫ້ເສຍດ້ວຍປະຕູ 0-2 ແຕ່ຫາກເກີດກໍລະນີພິເສດຂຶ້ນ ຄະນະກຳມະການຈັດແຂ່ງຂັນຈະຕັດສິນໃຈຕາມຄວາມເຫມາະສົມອີກເທື່ອຫນຶ່ງ.

ເມື່ອວັນສຸກທີ່ຜ່ານມາ ອີຢິບ ອະດີດແຊ໊ມສູງສຸດ 7 ສະໄຫມ ຕ້ອງເລື່ອນຖ້ຽວບິນມາຍັງແຄມເມີຣູນ ແລະ ຍົກເລີກການຝຶກຊ້ອມ ຫລັງພົບຜູ້ຕິດເຊື້ອ ໂຄວິດ-19 ຫລາຍຄົນໃນທີມ ກ່ອນເດີນທາງມາເຖິງວັນທີ 8  ຂະນະທີ່ ກາບອງ ກໍມີ 2 ນັກເຕະຫລັກທີ່ພົບຜົນກວດເປັນບວກ ນັ້ນຄື ປີແອ ເອເມີຣິກ ໂອບາເມຢອງ ດາວຍິງຫົວຫນ້າທີມຈາກອາເຊນອລ ແລະ ມາຣີໂອ ເລີມີນາ ກອງກາງຈາກນິສ.

ສ່ວນທີມຊາດ ກີນີ ກໍມີຜູ້ນັກເຕະ 3 ຄົນຕິດໂຄວິດ-19 ໃນລະຫວ່າງເຂົ້າສູນຝຶກຊ້ອມ, ສ່ວນ ຕູນີເຊຍ,​ເຄບ ເວີດ ແລະ ແກມເບຍ ກໍພົບຜູ້ຕິດເຊື້ອຫລາຍຄົນເມື່ອອາທິດທີ່ຜ່ານມາໃນລະຫວ່າງການກຽມທີມເຊັ່ນດຽວກັນ.