ແມນຢູຕັ້ງ ອາໂນລ ເປັນຊີອີໂອ ແທນ ວູດເວີດ 1 ກຸມພາເປັນຕົ້ນໄປ

ແມນເຊສເຕີ ຢູໄນເຕັດ ກຽມປັບໂຄງສ້າງການບໍລິຫານ ດ້ວຍການແຕ່ງຕັ້ງ ຣິຊາດ ອາໂນລ ຫນຶ່ງໃນຜູ້ອຳນວຍການສະໂມສອນ ຂຶ້ນດຳລົງຕຳແຫນ່ງ ຊີອີໂອ ແທນທີ່ ເອັດ ວູດເວີດ ຕັ້ງແຕ່ວັນທີ 1 ກຸມພາເປັນຕົ້ນໄປ.

ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງເວທີ ພຣີເມຍລີກ ອັງກິດ ກຽມແຕ່ງຕັ້ງ ຣິຊາດ ອາໂນລ ຫນຶ່ງໃນທີມງານບໍລິຫານເຂົ້າມາຮັບຕຳແຫນ່ງປະທານບໍລິຫານ ຕັ້ງແຕ່ວັນທີ 1 ກຸມພາ ເປັນຕົ້ນໄປ ໂດຍຈະເຂົ້າມາເຮັດຫນ້າທີ່ແທນ ເອັດ ວູດເວີດ ຮອງປະທານສະໂມສອນ ແລະ ປະທານບໍລິຫານຄົນປັດຈຸບັນ ເຊິ່ງຈະກ້າວລົງຈາກຕຳແຫນ່ງ ຊີອີໂອ ກ່ອນຈະອຳລາສະໂມສອນຫລັງຫມົດສັນຍາໃນໄລຍະເດືອນເມສານີ້.

ວ່າທີ່ຊີອີໂອຄົນໃຫມ່ ແມນເຊສເຕີ ຢູໄນເຕັດ ອາຍຸ 50 ປີ ກ່າວຜ່ານເວັບໄຊຢ່າງເປັນທາງການຂອງສະໂມສອນວ່າ ‘‘ ຂ້ອຍຮູ້ສຶກເປັນກຽດທີ່ີຈະໄດ້ໂອກາດຮັບໃຊ້ສະໂມສອນອັນຍິ່ງໃຫຍ່ແຫ່ງນີ້ ລວມເຖິງແຟນບານອັນດີເດ່ັນຂອງສະໂມສອນນຳ ແລະ ຂ້ອຍມີຄວມມຸ່ງຫມັ້ນທີ່ຈະເຮັດທຸກຢ່າງເທ່ົາທີ່ເຮັດໄດ້ ເພື່ອພາສະໂມສອນກັບຄືນສູ່ຄວາມສຳເລັດອີກເທື່ອງຫນຶ່ງ ’’.

ສຳລັບ ອາໂນລ ນັ້ນ ເຂົ້າມາເຮັດວຽກກັບ ແມນເຊສເຕີ ຢູໄນເຕັດ ເປັນຄັ້ງທຳອິດໃນຕຳແຫນ່ງຜູ້ອຳນວຍການດ້ານທຸລະກິດ ເມື່ອປີ 2007 ແລະກ້າວຂຶ້ນມາເປັນຫນຶ່ງໃນຜູ້ອຳນວຍການສະໂມສອນໃນປີ 2013 ກ່ອນຈະໄດ້ຮັບການເລື່ອນຊັ້ນຂຶ້ນເປັນ ຊີອີໂອ ໃນທີ່ສຸດ ຂະນະທີ່ ວູດເວີດນັ້ນ ຈະບໍ່ມີສ່ວນໃນບໍລິຫານສະໂມສອນ ຫລັງກ້າວລົງຈາກຕຳແຫນ່ງຫລັງວັນທີ 1 ກຸມພາ ແຕ່ຈະຍັງຄົງເຂົ້າມາຮ່ວມປະຊຸມຄະນະກຳມະການບໍລິການດ້ານບານເຕະໄປຈົນຈົບລະດູການນີ້.