ສຸດມັນ! ສະຫະລັດ ອາເມຣິກາ ຊະນະ ຝຣັ່ງ ເຂົ້າຮອບ 4 ທີມສຸດທ້າຍ ບານສົ່ງໃນຮົ່ມຊາຍ ເນຊັ່ນລີກ 2023

ຮອບ 8 ທີມສຸດທ້າຍ ຄູ່ທຳອິດ ສະຫະລັດ ອາເມຣິກາ ຮອງແຊ້ມຄັ້ງຜ່ານມາ ເອົາຊະນະ ຝຣັ່ງ ແຊ້ມເກົ່າ ສຸດມ່ວນ 3-2 ເຊັດ: 25-21, 25-18, 17-25. 24-26 ແລະ 15-9.

ສະຫະລັດ ອາເມຣິກາ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 4 ຈາກ 5 ຄັ້ງຂອງການແຂ່ງຂັນ ໄປພົບກັບ ອີຕາລີ ທີ່ໂຊຟອມເດັ່ນ ຊະນະ ອາເຈນຕິນ້າ (ອາກຊັງຕິນ) 3-0 ເຊັດ: 25-17, 25-13, 25-14. ອີຕາລີ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 2 ຕິດຕໍ່ກັນ.
️ ຄືນວັນທີ 20 ກໍລະກົດ 2023:
ຍີ່ປຸ່ນ ພົບກັບ ສະໂລເວເນຍ (ສະໂລເວນີ້) ເວລາ 22:00
ໂປແລນ (ໂປໂລຍ) ພົບກັບ ເບຣຊິນ ເວລາ 1:00
ການແຂ່ງຂັນຮອບ 8 ທີມສຸດທ້າຍ (ຮອບສູດທ້າຍ) ແຂ່ງທີ່ສະໜາມເອີໂກ້ ອາຣີນ້າ ປະເທດໂປແລນ.