ກາຊັກສະຖານປະກາດໃຊ້ສະຖານະການສຸກເສີນ ຫລັງເຫດປະທ້ວງໃຫຍ່ລາຄານ້ຳມັນແພງ ນາຍົກລັດຖະມົນຕີລາອອກແລ້ວ

ວັນທີ 5 ມັງກອນ 2022, ເກີດເຫດປະທ້ວງໃຫຍ່ໃນຫລາຍເມືອງສຳຄັນທົ່ວກາຊັກສະຖານ ເຫດລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນ ຈົນທາງການປະກາດໃຊ້ສະຖານະການສຸກເສີນໄປຈົນເຖິງວັນທີ 19 ມັງກອນຕາມເວລາທ້ອງຖິ່ນ. ເບື້ອງຕົ້ນ ທ່ານ ອັສກາຣ໌ ມາມິນ ນາຍົກລັດຖະມົນຕີກາຊັກສະຖານ ແລະ ສະມາຊິກລັດຖະບານ ລາອອກຈາກຕຳແໜ່ງແລ້ວ. ສ່ວນທ່ານ ຄາສຊິມ ໂຈມາຣ໌ ໂຕກາເຍຟ ປະທານາທິບໍດີຄົນທີ 2 ຂອງກາຊັກສະຖານເລັ່ງປະຊຸມດ່ວນ ທ່າມກາງສະຖານະການທາງການເມືອງ, ສັງຄົມ ແລະ ເສດຖະກິດຮ້າຍແຮງຕໍ່ເນື່ອງ.

ຫລ້າສຸດ, ສະຖານີຂ່າວຂອງລັດ Kazinform ລາຍງານວ່າ: ທ່ານ ໂຕກາເຍຟ ໄດ້ຮຽກຮ້ອງໃຫ້ພັນທະມິດທາງທະຫານລະຫວ່າງລັດຖະບານຈາກອົງການສົນທິສັນຍາຄວາມໝັ້ນຄົງຮ່ວມກັນ (Collective Security Treaty Organization: CSTO) ທີ່ປະກອບມີສະມາຊິກອີກ 5 ປະເທດເຊັ່ນ: ອາເມເນຍ, ເບລາຣຸສ, ກີກິດສະຖານ, ທາຈິກິດສະຖານ ແລະ ປະເທດຣັດເຊຍ ເຂົ້າຊ່ວຍເຫລືອ ແລະ ຄວບຄຸມຄວາມບໍ່ສະຫງົບຮຽບຮ້ອຍພາຍໃນປະເທດ, ພ້ອມທັງລະບຸວ່າ: ກຸ່ມຜູ້ປະທ້ວງຫວັງຈະທຳລາຍລະບົບຂອງລັດ ໂດຍອ້າງວ່າຜູ້ຊຸມນຸມປະທ້ວງຈຳນວນບໍ່ໜ້ອຍໄດ້ຮັບການຝຶກຝົນມາຈາກຕ່າງປະເທດ.

ກະຊວງກິດຈະການພາຍໃນຂອງກາຊັກສະຖານລາຍງານ ຈາກເຫດປະທະກັນເປັນເຫດໃຫ້ເລີ່ມມີຜູ້ເສຍຊີວິດແລ້ວ ເປັນເຈົ້າໜ້າທີ່ຕຳຫລວດ ແລະ ເຈົ້າໜ້າທີ່ National Guard ຢ່າງໜ້ອຍ 8 ຄົນ, ອີກ 300 ກວ່າຄົນໄດ້ຮັບບາດເຈັບ ຖືເປັນເຫດປະທ້ວງຮຸນແຮງທີ່ສຸດໃນຮອບກວ່າທົດສະວັດ.

ໂດຍໃນປີ 2018 ຜ່ານມາ, ລາຍງານດ້ານສິດທິມະນຸດຂອງກະຊວງການຕ່າງປະເທດອາເມລິກາ ລະບຸວ່າ: ການເລືອກຕັ້ງປະທານາທິບໍດີໃນປີ 2015 ເຊິ່ງທ່ານ ນູຊຸລຕານ ນາຊາບາເຍຟ ປະທານາທິບໍດີຄົນທຳອິດທີ່ປົກຄອງປະເທດມາເກືອບ 30 ປີ ໄດ້ຮັບສຽງສະໜັບສະໜູນຫລາຍກວ່າ 98% ເຕັມໄປດ້ວຍຄວາມຜິດປົກກະຕິ ແລະ ຂາດການແຂ່ງຂັນທາງການເມືອງຢ່າງແທ້ຈິງ ກ່ອນທີ່ທ່ານ ນາຊາບາເຍຟ ຈະຕັດສິນໃຈລົງຈາກຕຳແໜ່ງຜູ້ນຳຢ່າງກະທັນຫັນ ໃນປີ 2019 ຜ່ານມາ ແລະ ສົ່ງຕໍ່ອຳນາດໃຫ້ທ່ານ ໂຕກາເຍຟ.

ອ້າງອີງ: