ສ້າງຄວາມຮູ້ຈັກຢາ Sotrovimab ຄວາມຫວັງໃໝ່ປາບໂຄວິດທຸກສາຍພັນ ຕ່າງຈາກ ‘ໂມລນູພິຣາເວຍ’ ແນວໃດ ?

ໃນອາທິດຜ່ານມາ, ໜຶ່ງໃນຂ່າວທີ່ສ້າງຄວາມຫວັງໃນການກອບກູ້ສະຖານະການການແຜ່ລະບາດຂອງໄວຣັສໂຄວິດ-19 ສາຍພັນໂອມິຄຣອນໜີບໍ່ພົ້ນຂ່າວຜົນການທົດສອບຢາໂຊໂທຣວິແມບ (Sotrovimab) ເຊິ່ງເປັນຢາປິ່ນປົວໂຄວິດແບບແອນຕິບໍດີ້ ຜົນງານການພັດທະນາຮ່ວມໂດຍ ບໍລິສັດ ແກລ໊ກໂຊ ສະມິດໄຄລ (GSK) ຂອງອັງກິດ ແລະ ບໍລິສັດ Vir Biotechnology ຈາກອາເມລິກາ ທີ່ຜົນອອກມາວ່າຢາແອນຕິບໍດີ້ຄ໊ອກເທລໂຊໂທຣວິແມບຂອງ GSK ມີປະສິດທິພາບໃນການຕໍ່ຕ້ານໄວຣັສສາຍພັນໂອມິຄຣອນໄດ້ ເຊິ່ງຜົນທົດສອບທາງຄລີນິກພົບວ່າ ສາມາດຊ່ວຍຫລຸດຄວາມສ່ຽງຈາກການປ່ວຍໜັກ ແລະ ເສຍຊີວິດຈາກໂຄວິດ-19 ໃນຜູ້ຕິດເຊື້ອທີ່ເປັນຜູ້ໃຫຍ່ໄດ້ເຖິງ 79%.
ເຊິ່ງສຳນັກງານເບິ່ງແຍງຢາ ແລະ ຜະລິດຕະພັນດູແລສຸຂະພາບອັງກິດ (MHRA) ໄດ້ອະນຸມັດໃຫ້ໃຊ້ຢາໂຊໂທຣວິແມບ ເຊິ່ງມີຊື່ທາງການຄ້າວ່າ: “ເຊວູດີ” (Xevudy) ກັບຜູ້ປ່ວຍທີ່ຕິດໂຄວິດ-19 ທີ່ມີອາການອ່ອນໆເຖິງປານກາງທີ່ສ່ຽງຈະມີອາການຮຸນແຮງສູງ ໂດຍແນະນຳໃຫ້ໃຊ້ໂດຍໄວທີ່ສຸດພາຍໃນ 5 ວັນທີ່ມີອາການ.
ຢາໂຊໂທຣວິແມບເປັນຢາປະເພດ “ໂມໂນໂຄລນໍແອນຕິບໍດີ” ແລະ ຜະລິດໃນຮູບແບບຢາສັກມີປະສິດທິພາບຫລາຍທີ່ສຸດໃນການປິ່ນປົວຜູ້ຕິດໂຄວິດ-19 ໃນໄລຍະທຳອິດ ຄວນໃຫ້ຜູ້ປ່ວຍໄດ້ຮັບຢານີ້ພາຍໃນ 5 ວັນຫລັງຈາກມີອາການປ່ວຍຈາກໂຄວິດ-19 ໂດຍຜູ້ປ່ວຍຈະໄດ້ຮັບຢາໄຊໂທຣວິແມບຜ່ານການສັກເຂົ້າເສັ້ນເລືອດດຳ ເຊິ່ງຈະມີປະສິດທິພາບສູງໃນການຢັບຢັ້ງບໍ່ໃຫ້ເຊື້ອແຜ່ລົງສູ່ປອດ.
ຢາໂມໂນໂຄລນໍແອນຕິບໍດີຄືຫຍັງ ?
- Monoclonal antibody ຄື ແອນຕິບໍດີທີ່ສ້າງຈາກເຊລເມັດເລືອດຂາວທີ່ອອກແບບມາໃຫ້ມີຄວາມຈຳເພາະຕໍ່ຄວາມຕ້ອງການໂມໂນໂຄລນໍແອນຕິບໍດີທີ່ໃຊ້ປິ່ນປົວໂຄວິດ-19 ມີທັງແບບປະສົມ ແລະ ບໍ່ປະສົມ.
- ໂດຍຢາແອນຕິບໍດີແບບປະສົມເປັນແອນຕິບໍດີຊະນິດໂມໂນໂຄລນໍ 2 ຊະນິດຄື: ແອນຕິບໍດີທີ່ສະກັດຈາກໜູ ເຊິ່ງຖືກດັດແປງພັນທຸກຳໃຫ້ມີລະບົບພູມຕ້ານທານຄືມະນຸດ ແລະ ແອນຕິບໍດີທີ່ສະກັດຈາກຜູ້ທີ່ຫາຍຈາກພະຍາດໂຄວິດ-19.
- ຢາແອນຕິບໍດີນີ້ຈະເຮັດໜ້າທີ່ຕໍ່ຕ້ານສິ່ງແປກປອມທີ່ເຂົ້າມາໃນຮ່າງກາຍຢ່າງສະເພາະເຈາະຈົງ ແລະ ເຂົ້າຈັບເຊື້ອໄວຣັສໄດ້ດີກວ່າແອນຕິບໍດີທົ່ວໄປ ເພາະຈັດຢູ່ໃນກຸ່ມຢາພູມລຶບລ້າງລິດ (Neutralizing monoclonal Antibody) ຄືເຮັດໃຫ້ໄວຣັສເປັນກາງ, ອ່ອນກຳລັງລົງ ແລະ ຢັບຢັ້ງການຕິດເຊື້ອໃນຮ່າງກາຍບໍ່ໃຫ້ລຸກລາມໄປສູ່ລະດັບຮຸນແຮງໄດ້.
- ຜົນການວິໄຈພົບວ່າ: ຢາຊະນິດນີ້ຊ່ວຍຫລຸດຈຳນວນເຊື້ອໄວຣັສໃນຮ່າງກາຍຂອງຜູ້ປ່ວຍ ເຮັດໃຫ້ຫລຸດໄລຍະເວລາການປິ່ນປົວໃນໂຮງໝໍໃຫ້ສັ້ນລົງ ອີກທັງຫລຸດຄວາມສ່ຽງຈາກການເສຍຊີວິດໄດ້, ແຕ່ສຳຄັນຄືຜູ້ປ່ວຍຕ້ອງໄດ້ຮັບຢາຢ່າງວ່ອງໄວນັບແຕ່ມີອາການປ່ວຍ.
ທັງນີ້ ຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບຢາແອນຕິບໍດີຄ໊ອກເທລອາດມີອາການຂ້າງຄຽງເຊັ່ນດຽວກັບທີ່ພົບຈາກການສັກຢາອື່ນໆໄດ້ເຊັ່ນ: ປະຕິກິລິຍາການແພ້ແບບຮຸນແຮງ ແລະ ກະທັນຫັນ (Anaphylaxis) ຫລື ພາວະພູມໄວເກີນ (Hypersensitivity) ແຕ່ມີໂອກາດໜ້ອຍ.
ສຳລັບອາການບໍ່ເພິ່ງປະສົງທີ່ອາດເກີດຂຶ້ນຫລັງການຮັບຢາແອນຕິບໍດີຄ໊ອກເທລ ເຊິ່ງສ່ວນຫລາຍຈະເກີດພາຍໃນ 1 ຊົ່ວໂມງ ຫລັງຈາກໄດ້ຮັບຢາ ໄດ້ແກ່ ຜືນແພ້, ອາການຄືໄຂ້ຫວັດ, ປວດຮາກ, ປຸ້ນທ້ອງ, ຖອກທ້ອງ, ຄວນດັນຕໍ່າ.
ຢາໂຊໂທຣວິແມບຕ່າງຈາກຢາ “ໂມລນູພິຣາເວຍ” ຫລື “ຟາວິພິຣາເວຍ” ແນວໃດ ?
ນອກຈາກຮູບແບບທີ່ເປັນຢາສັກກັບຢາເມັດຊະນິດຮັບປະທານແລ້ວ, ຢາຟາວິພິຣາເວຍ ແລະ ໂມລນູພິຣາເວຍນັ້ນຈັດເປັນຢາໃນກຸ່ມປະເພດຢາຕ້ານໄວຣັສ ໂດຍຢາໂມລນູພິຣາເວຍຈະອອກລິດຢັບຢັ້ງການເຮັດວຽກຂອງ viral polymerase ເຊິ່ງເປັນເອນໄຊທີ່ຈຳເປັນສຳລັບການຄັດລອກຕົວເອງຂອງເຊື້ອໄວຣັສ ໂດຍຈະເຮັດໃຫ້ລະຫັດພັນທຸກຳຂອງໄວຣັສຜິດພາດຈົນບໍ່ສາມາດເພີ່ມຈຳນວນຂຶ້ນໄດ້ ຕ່າງຈາກຢາໂຊໂທຣວິແມບ ເຊິ່ງເປັນແອນຕິບໍດີທີ່ຕໍ່ຕ້ານສິ່ງແປກປອມທີ່ເຂົ້າມາໃນຮ່າງກາຍຢ່າງສະເພາະເຈາະຈົງ.
ແຕ່ຢາປະເພດນີ້ມີຂໍ້ດີຄື ຜູ້ປ່ວຍສາມາດເອົາກັບໄປຮັບປະທານເອງຢູ່ເຮືອນໄດ້ ແລະ ມີປະສິດທິພາບໃນການປິ່ນປົວທີ່ດີ ຖ້າໄດ້ຮັບຢານັບແຕ່ຊ່ວງທຳອິດຂອງການຕິດເຊື້ອ ຜົນຂ້າງຄຽງຕໍ່າ ລວມທັງຍັງມີຕົ້ນທຶນທີ່ຖືກກວ່າຢາປະເພດໂມໂນໂຄລນໍແອນຕິບໍດີ.
ອ້າງອີງ:
https://www.reuters.com/business/healthcare-pharmaceuticals/gsk-says-tests-show-antibody-drug-works-against-omicron-2021-12-02/
https://www.thairath.co.th/news/foreign/2256327
https://www.prachachat.net/world-news/news-818123
https://www.bangkokbiznews.com/news/975346
https://www.tnnthailand.com/news/covid19/98665/
https://mgronline.com/daily/detail/9640000099999
https://www.bbc.com/thai/thailand-58648331

