ອາເຊນອລ ຍື່ນ 55 ລ້ານຢູໂຣ ແຖມພ່ວງ ຕໍເຣຣ່າ ຊື ວະລາໂຮວິດ

ອາເຊນອລ ຕັ້ງຫນ້າເອົາແທ້ກັບການລ່າຕົວ ດູຊານ ວະລາໂຮວິດ ຍອດດາວຍິງສະໂມສອນ ຟີອໍເຣນຕີນາ ເພາະຫລ້າສຸດມີຂ່າວທາບທາມຊື້ຮຽບຮ້ອຍແລ້ວ ດ້ວຍວົງເງິນກວ່າ 55 ລ້ານຢູໂຣ ແຖມສົ່ງ ລູຄັສ ຕໍເຣຣ່າ ເປັນຂອງແຖມນຳອີກ.
ອາເຊນອລ ສະໂມສອນ ໃຫຍ່ແຫ່ງເວທີ ພຣີເມຍລີກອັງກິດ ໄດ້ຍື່ນຂໍ້ສະເຫນີດ້ວຍເງິນຈຳນວນ 55 ລ້ານເອີໂຣ ບວກ ລູຄັສ ຕໍເຣຣ່າ ກອງກາງຊາວອຸຣຸໄກວ ໃຫ້ ຟີອໍເຣນຕີນາ ສະໂມສອນດັງໃນລີກ ກັລໂຊ ເຊເຣຍ ອາ ອິຕາລີ ພິຈາລະນາຮຽບຮ້ອຍແລ້ວ ເພື່ອຂໍຊື້ ດູຊານ ວະລາໂຮວິດ ກອງຫນ້າຜົນງານດີທີມຊາດເຊີເບຍ ມາເສີມທີມຕາມການລາຍງານຈາກ ກັສເຊັດຕ້າ ເດລໂລ ສະປອດ ສື່ກິລາຂອງອີຕາລີ ເມື່ອວັນອັງຄານທີ່ 4 ທີ່ຜ່ານມາ.
ເຊື່ອກັນວ່າ ອາເຊນອລ ພວມຊອກຫາກອງຫນ້າສີຕີນດີ ເນື່ອງຈາກ ປີແອ-ເອເມີຣິກ ໂອບາເມຢອງ ແລະ ອາເລັກຊອງ ລາກາແຊັດ ສອງກອງຫນ້າດາວດັງປະຈຳທີມ ກຽມທີ່ຈະອຳລາຖິ່ນ ເອມີເຣດ ສະເຕດ້ຽມ ໃນອະນາຄົດອັນໃກ້ນີ້.
ວະລາໂຮວິດ ຖືເປັນນັກເຕະຜົນງານດີຫລາຍທີ່ສຸດຄົນຫນຶ່ງໃນຢູຣົບຊົ່ວໂມງນີ້ ໂດຍມີຂ່າວໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນ ເຊິ່ງກໍລວມເຖິງ ອາເຊນອລ ແລະ ທັອດແນມ ຮັອດສະເປີ ສອງສະໂມສອນຄູ່ປັບແຫ່ງນະຄອນລອນດອນ.
ຫລ້າສຸດມີຄວາມເຄື່ອນໄຫວທີ່ຫນ້າສົນໃຈຈາກ ອາເຊນອລ ໂດຍ ກັສເຊັດຕ້າ ເດລໂລ ສະປອດ ລາຍງານວ່າ ອາເຊນອລ ໄດ້ມີການຍື່ນຂໍ້ສະເຫນີ 55 ລ້ານຢູໂຣ ບວກ ຕໍໍເຣ່ຣາ ໄປລໍ້ໃຈ ຟີອໍເຣນຕີນາ ນຳອີກ.
ນອກຈາກນີ້ສື່ດັ່ງກ່າວຍັງອ້າງອີກວ່າ ອາເຊນອລ ໄດ້ປະເມີນ ວະລາໂຮວິດ ມີຄ່າຕົວປະມານ 70 ລ້ານຢູໂຣ ເຮັດໃຫ້ພວກເຂົາເຊື່ອວ່າ ຂໍ້ສະເຫນີດັ່ງກ່າວພຽງພໍທີ່ຈະເຮັດໃຫ້ ຟີອໍເຣນຕີນາ ຍອມເຮັດທຸລະກິດນຳ ໂດຍປັດຈຸບັັນ ຕໍເຣຣາ ກໍພວມຫລິ້ນໃຫ້ກັບ ວີໂອລາ ແບບສັນຍາຢືມຕົວ ເຊິ່ງຟີອໍເຣນຕີນາ ກໍຢາກທີ່ຈະດຶງຕົວມາຮ່ວມທີມແບບຖາວອນເຊ່ັນດຽວກັນ.
ປັດຈຸບັນ ວະລາໂຮວິດ ເຫລືອສັນຍາໃນຖິ່ນ ສະຕາດີໂອ ອາເຕມິໂອ ຟຣັງ ເຖິງຫມົດເດືອນມິຖຸນາ ປີ 2023 ໂດຍນັກເຕະໄດ້ປະຕິເສດທີ່ຈະເຊັນສັນຍາສະບັບໃຫມ່ ເຮັດໃຫ້ຕົ້ນສັງກັດບໍ່ປິດໂອກາດທີ່ຈະຂາຍນັກເຕະອອກຈາກທີມ.

