ການລົງທຶນ: ສະພາບແວດລ້ອມ ແລະ ຄຸນນະພາບ

ໂດຍ: ມຶກບໍ່ແຫ້ງ
ພວກເຮົາຜ່ານ 2021 ດ້ວຍຄວາມວິຕົກກັງວົນ ແລະຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະ ການລົງທຶນຂອງ ຫົວໜ່ວຍທຸລະກິດຕ່າງໆ ແລະ ກ້າວເຂົ້າສູ່ 2022 ດ້ວຍຄວາມຫວັງທີ່ວ່າ ພະຍາດລະບາດຈະຫ່າງຫາຍ, ສະພາບແວດລ້ອມການລົງທຶນທີ່ດີຂຶ້ນ.
ການລະບາດຂອພະຍາດໂຄວິດ 19 ໃນປີ 2021 ທີ່ຜ່ານມາເຮັດໃຫ້ທົ່ວໂລກປະສົບກັບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ, ສາຍການບິນນັບຮ້ອຍ ປະກາດລົ້ມລະລາຍ, ການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກ ເຊັ່ນດຽວໃນປະເທດເຮົາ ທີ່ລາຍຮັບຈາກການທ່ອງທ່ຽວຫຼຸດລົງຫຼາຍກວ່າ 80% ເຊິ່ງເຮັດໃຫ້ນັກລົງທຶນ, ນັກທຸລະກິດໄດ້ຮັບຜົນກະທົບ, ຂາດທຶນຮອນຢ່າງຫຼວງຫຼາຍ.
ແຕ່ແນວໃດກໍຕາມ ພໍແຕ່ໂປໂລຫົວ ຕ້ອນຮັບປີໃໝ່ ຄສ 2022 ຫົວໜ້າອົງການອະນາໄມໂລກ ກໍປະກາດວ່າ ໂລກພວກເຮົາຈະສາມາດເອົາຊະນະ ກັບພະຍາດລະບາດໂຄວິດ 19 ໃນປີນີ້ ເຊິ່ງໄດ້ສ້າງຄວາມຫວັງແກ່ພວກເຮົາ, ຈາກທີ່ຟ້າມືດຄື້ມມາເປັນເວລາດົນສົມຄວນມາຮອດບັດນີ້ ແສງສະຫວ່າງຈະຄ່ອຍໂຜ່ອອກມາແລ້ວ ແລະນີ້ກໍຈະກາຍເປັນຂ່າວດີສຳລັບການລົງທຶນ, ຟື້ນຄືນຫົວໜ່ວຍທຸລະກິດ ມີຊີວິດຊີວາອີກເທື່ອໃໝ່.
ກ່ອນຈະກ້າວເຂົ້າສູ່ປີ 2022 ກໍໄດ້ມີກອງປະຊຸມເປີດກວ້າງຂອງລັດຖະບານ ໃນວັນທີ 29 ທັນວາ 2021 ນັ້ນ ໂດຍທ່ານ ພັນຄຳ ວິພາວັນ ນາຍົກແຫ່ງ ສປປລາວ ກໍໄດ້ໃຫ້ທິດຊີ້ນຳກ່ຽວກັບການລົງທຶນໃນສປປລາວ ໂດຍສະເພາະ ຈະເຮັດແນວໃດ ໃຫ້ການລົງທຶນພາຍໃນປະເທດເຮົາກ້າວຂຶ້ນສາມາດແຂ່ງຂັນກັບປະເທດອື່ນໆໄດ້ ໂດຍເນັ້ນໜັກໃສ່ການສົ່ງເສີມກັນ, ມີຄວາມສາມັກຄີ ບໍ່ບັງບຽດ ສຽດສີກັນ ແລະອື່ນໆ.
ດັດສະນີຄວາມງ່າຍຂອງການດຳເນີນທຸລະກິດ ຂອງ ສປປລາວໃນປີ 2020 ແມ່ນຢູ່ລຳດັບທີ 154 ໃນຈຳນວນທັງໝົດ 190 ປະເທດ ເຊິ່ງນັ້ນສະແດງວ່າ ສປປລາວ ຍັງມີສະພາບແວດລ້ອມການລົງທຶນ ທີ່ຫຍຸ້ງຍາກ, ມີອຸປະສັກໃນການລົງທຶນ, ຍັງມີຄວາມສົນໃຈໜ້ອຍຈາກນັກລົງທຶນ ເຊິ່ງບັນດາຜູ້ລົງທຶນຍັງ ຈົ່ມວ່າ ກ່ຽວກັບຄ່າໃຊ້ຈ່າຍໃນການ ດຳເນີນທຸລະກິດສູງ ແລະ ຂາດຄວາມໂປ່ງໄສ.
ນັກລົງທຶນພົບພໍ້ອຸປະສັກທີ່ໜັກໜ່ວງກວ່າໝູ່ແມ່ນ ການແລ່ນເອກະສານປະກອບ ເພື່ອດຳເນີນທຸລະກິດ ທີ່ໃຊ້ເວລາດົນນານ, ຂັ້ນຕອນບໍ່ຊັດເຈນ ແລະໃຊ້ເງິນຈຳນວນຫຼາຍ ກວ່າຈະໄດ້ເອກະສານໃຫ້ຄົບ ເຊິ່ງອັນນີ້ ກໍແມ່ນຜົນພວງ ຈາກບັນຫາ ຂໍເງິນໃຕ້ໂຕະ ຂອງເຈົ້າໜ້າທີ່ຂອງລັດຈຳນວນໜຶ່ງ ທີ່ເປັນບັນຫາມາຍາວນານ. ການເຫັນປະໂຫຍດສ່ວນຕົວຂອງກຸ່ມຄົນໃດໜຶ່ງນີ້ ເຮັດໃຫ້ ສປປລາວ ກໍຄືຄົນລາວ ເສຍຜົນປະໂຫຍດ ຢ່າງມະຫາສານ.
ນອກນັ້ນ ເວລາດຳເນີນທຸລະກິດ ບັນດານັກລົງທຶນ ນັກທຸລະກິດທີ່ມີຂະໜາດນ້ອຍ, ຕົ້ນທຶນໜ້ອຍ ແລະກຳໄລໜ້ອຍ ກໍຍິ່ງມີຄວາມຫຍຸ້ງຍາກ ໃນການເສຍພັນທະຕ່າງໆ ເຊິ່ງບັນຫາເຫຼົ່ານີ້ ລັດຖະບານ ກໍກຳລັງເລັ່ງແກ້ໄຂຢ່າງຈິງຈັງ ແລະ ເຊື່ອແນ່ວ່າ ບັນດາອຸປະສັກທີ່ເປັນສິ່ງກີດຂວງເຫຼົ່ານີ້ຈະຄ່ອຍຫາຍໄປກັບ ພະຍາດໂຄວິດ 19.
ເມື່ອໃດ ຂະບວນການລົງທຶນ ທີ່ຂຶ້ນກັບເສັ້ນສາຍ, ຜົນປະໂຫຍດຂອງສ່ວນບຸກຄົນ-ກຸ່ມຄົນ, ເອື່ອຍອີງ ແລະ ຂໍການອຸປະຖໍາຄໍ້າຊູກັນນັ້ນ ກໍມີໂອກາດສູງທີ່ຈະເຮັດໃຫ້ ການລົງທຶນນັ້ນ ຂາດຄຸນນະພາບ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ-ສິ່ງແວດລ້ອມ ເຊິ່ງພວກເຮົາເຫັນໄດ້ໃນໄລຍະຜ່ານມາ ສຸດທ້າຍຜູ້ເສຍຫາຍ ແລະອັບປະໂຫຍດ ແມ່ນປະຊາຊົນ.
ເພາະສະນັ້ນ ເພື່ອອຳນວຍຄວາມສະດວກຂອງການລົງທຶນໃນປະເທດເຮົາ ຕ້ອງເຮັດໃຫ້ຄວາມໂປ່ງໄສເກີດຂຶ້ນໃຫ້ໄດ້ເສຍກ່ອນ, ຫຼຸດຜ່ອນຂັ້ນຕອນທີ່ບໍ່ຈຳເປັນ, ມີຂັ້ນຕອນຊັດເຈນ, ມີການກັ່ນຕອງ ຄຸນນະພາບການລົງທຶນ. ເຮັດແນວນີ້ໄດ້ຈຶ່ງຖືວ່າເປັນການຊຸກຍູ້ສົ່ງເສີມນັກລົງທຶນ, ສົ່ງເສີມການພັດທະນາເສດຖະກິດ-ສັງຄົມພວກເຮົາ.

