ເງິນເປັນພາຫະນະນໍາເຊື້ອພະຍາດຊັ້ນດີ

ໂດຍ: ລູກເມືອງພວນ

ເງິນເປັນສິນຄ້າພິເສດ, ເປັນສື່ກາງໃນການແລກປ່ຽນ, ຄ້າຂາຍເງິນຈຶ່ງຖືກປ່ຽນມື ຫຼື ຖືກຮ່າຍມືຈາກຄົນໜຶ່ງໄປສູ່ຄົນໜຶ່ງອີກ ຢູ່ຕະຫຼອດເວລາ.

ໃນມື້ໜຶ່ງໆ ບໍ່ມີໃຜສາມາດຄິດໄລ່ໄດ້ວ່າເງິນມັນໝູນວຽນປ່ຽນເຈົ້າໄດ້ຈັກຄົນ? ໄດ້ຈັກຮອບວຽນ? ແລະ ວິທີການປົກປັກຮັກສາເງິນ ຫຼືເກັບມ້ຽນເງິນຂອງແຕ່ລະຄົນກໍແຕກຕ່າງກັນອອກໄປ. ມີບາງຄົນກໍໃສ່ກະເປົາ, ມີບາງຄົນກໍເອົາໄວ້ໃນຖົງໂສ້ງ, ຖົງເສື້ອ, ເອື້ອຍນ້ອງຍິງບາງຄົນຍັງເອົາເງິນຍັດໄວ້ໃນເສື້ອອ້ອງຂອງຕົນ.

ສິ່ງທີ່ເປັນຄວາມສ່ຽງ ແລະ ອັນຕະລາຍກວ່ານັ້ນກໍຄື ເວລານັບເງິນ ມີຫຼາຍຄົນມັກຈະເອົານິ້ວມືແຕະນໍ້າລາຍໃນປາຍລີ້ນເພື່ອນັບເງິນ. ວິທີການປົກປັກຮັກສາ ຫຼື ເກັບມ້ຽນເງິນ ທັງໝົດທັງປວງເຫຼົ່ານັ້ນລ້ວນແຕ່ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດໄດ້ເປັນຢ່າງດີ, ໂດຍສະເພາະແມ່ນເຊື້ອໄວຣັດໂຄໂຣນາທີ່ກຳລັງລະບາດຢູ່ໃນຂິນະນີ້. ຊຶ່ງອົງການອະນາໄມໂລກກໍໄດ້ຢັ້ງຢືນກໍລະນີແບບນີ້ມາແລ້ວ.

ຍ້ອນເງິນເປັນພາຫະນະນຳເຊື້ອພະຍາດຊັ້ນດີ, ມີຫຼາຍປະເທດໃນໂລກ,  ໃນໄລຍະໂຄວິດ-19 ນີ້ຈິ່ງເກີດມີແນວຄວາມຄິດບໍ່ຈັບຈ່າຍໃຊ້ສອຍເງິນສົດ ຫັນມານຳໃຊ້ເງິນອີເລັກໂຕຣນິກ ຫຼື ໃຊ້ບັດຮີດ ຫຼື ສະແກນ ຄິວອາໂຄດ ແທນເງິນສົດ ທັງນີ້ກໍເພື່ອຫຼີກລ່ຽງການສ່ຽງຕິດເຊື້ອນັ້ນເອງ.

ເຖິງຈະເປັນເງິນໃບເກົ່າ ຫຼື ເປັນເງິນໃບໃໝ່ກໍລ້ວນແຕ່ມີຄວາມສ່ຽງສູງໃນການຕິດເຊື້ອໄດ້. ສະນັ້ນ, ເພື່ອຫຼີກລ່ຽງບັນຫາດັ່ງກ່າວ, ທຸກຄົນຄວນມີສະຕິໃນການເກັບມ້ຽນເງິນ ແລະ ເວລານັບເງິນບໍ່ຄວນເອົານິ້ວມືແຕະນໍ້າລາຍຈາກປາຍລີ້ນ, ອາດຈະເອົານິ້ວມືແຕະນໍ້າຢາລ້າງມື, ເຫຼົ້າ 90 ຫຼື ເຈວລ້າງມືແທນ.ກ່ອນຈະເອົາເງີນເກັບມ້ຽນໄວ້ກໍຄວນເອົາເຫຼົ້າ 90 ສີດໃສ່ໃບເງິນ ຫຼື ເອົາເຈ້ຍ ຫຼື ແພຈຸບນໍ້າເຈວລ້າງມືລູບໃບເງິນກ່ອນຈຶ່ງເອົາໃສ່ກະເປົາໄວ,້ ພ້ອມກັນນັ້ນກໍລ້າງມືດ້ວຍສະບູ ຫຼື ນໍ້າຢາລ້າງມືທັນທີ. ເຖິງຈະກິກິກີກີແດ່ ແຕ່ກໍຕ້ອງໄດ້ເຮັດເພື່ອຄວາມປອດໄພຂອງຊີວິດອິນຊີເຮົາເອງ.

ອາດເວົ້າໄດ້ວ່າ ເງິນເປັນວັດຖຸທີ່ສົກກະປົກປະເພດໜຶ່ງກໍວ່າໄດ້ ເພາະເງິນຜ່ານຫຼາຍມືໃນວັນໜຶ່່ງໆ. ລອງຄິດດູ ມືແຕ່ລະຄົນທີ່ຈັບເງິນນັ້ນກໍມີທັງມືສະອາດ ແລະ ທັງບໍ່ສະອາດກໍມີ, ມີທັງມືຂີ້ຫິດຂີ້ກາກກໍອາດເປັນໄປໄດ້. ດັ່ງນັ້ນ, ເວລາເກັບຮັກສາເງິນ ແລະ ເວລານັບເງິນຈົ່ງມີສະຕິຢູ່ຕະຫຼອດເວລາອະນາໄມເງິນກ່ອນກ່ອນທີ່ຈະເອົາເຂົ້າໄວ້ໃນກະເປົາ, ບໍ່ເອົານິ້ວມືແຕະນໍ້າລາຍປາຍລີ້ນ ເຫຼົ່ານີ້ເປັນຕົ້ນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ