ອົດສະຕຣາລີພົບຜູ້ເສຍຊີວິດຄົນທຳອິດ ຈາກ Omicron ຢືນຢັນບໍ່ລັອກດາວ

ອົດສະຕຣາລີລາຍງານຜູ້ເສຍຊີວິດຄົນທຳອິດຈາກໂອມິຄຣອນ, ລັດຢືນຢັນບໍ່ລັອກດາວ, ອັດຕາເຂົ້າໂຮງໝໍຍັງຕໍ່າ.
ສຳນັກຂ່າວຣອຍເຕີລາຍງານວ່າ: ວັນທີ 27 ທັນວາ, ອົດສະຕຣາລີລາຍງານຜູ້ເສຍຊີວິດຄົນທຳອິດຈາກໂຄວິດ-19 ສາຍພັນໂອມິຄຣອນ ທ່າມກາງຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແຕ່ລັດຖະບານຍັງບໍ່ຍົກລະດັບມາດຕະການຄວບຄຸມພະຍາດ ໂດຍໃຫ້ເຫດຜົນວ່າ ອັດຕາການປິ່ນປົວໃນໂຮງໝໍຍັງຕໍ່າ.
ລາຍງານລະບຸວ່າ: ຜູ້ເສຍຊີວິດເປັນຊາຍອາຍຸ 80 ປີ ຕິດເຊື້ອຈາກເຮືອນພັກຜູ້ເຖົ້າ ໃນລັດນິວເຊົາເວລ ແລະ ເສຍຊີວິດຢູ່ໂຮງໝໍໃນຊິດນີ ໂດຍຊາຍຄົນດັ່ງກ່າວໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບ 2 ໂດສ ແຕ່ມີພະຍາດປະຈຳຕົວ.
ຜູ້ຊ່ຽວຊານດ້ານສາທາລະນະສຸກກ່າວວ່າ: ໂຄວິດ-19 ສາຍພັນໂອມິຄຣອນສາມາດແພ່ເຊື້ອໄດ້ງ່າຍກວ່າ, ແຕ່ກໍ່ໃຫ້ເກີດຄວາມສ່ຽງໃນການປ່ວຍໜັກເຂົ້າໂຮງໝໍນ້ອຍກວ່າສາຍພັນເດວຕາ.
ທັງນີ້, ລັດນິວເຊົາເວລກຳລັງຜະເຊີນການແພ່ລະບາດຂອງໂຄວິດ-19 ຢ່າງໜັກ ໂດຍໃນຮອບ 24 ຊົ່ວໂມງຜ່ານມາມີລາຍງານຜູ້ຕິດເຊື້ອໃໝ່ທັງໝົດ 6.324 ຄົນ ແລະ ຜູ້ເສຍຊີວິດ 3 ຄົນ.
ຂະນະທີ່ຈຳນວນຜູ້ຕິດເຊື້ອໃນໂຮງໝໍເພີ່ມຂຶ້ນເປັນ 2 ເທົ່າພາຍໃນໄລຍະເວລາພຽງ 1 ອາທິດ ໂດຍປັດຈຸບັນມີຜູ້ຕິດເຊື້ອໃນໂຮງໝໍທັງໝົດ 521 ຄົນ ໃນຈຳນວນນີ້ມີຜູ້ຕິດເຊື້ອປິ່ນປົວຢູ່ຫ້ອງໄອຊີຢູ 55 ຄົນ ແລະ 17 ຄົນໃຊ້ເຄື່ອງຊ່ວຍຫາຍໃຈ.
ເຊັ່ນດຽວກັບລັດວິກຕໍເຣຍ ເຊິ່ງມີຜູ້ຕິດເຊື້ອເພີ່ມຂຶ້ນ ໂດຍມີລາຍງານຜູ້ຕິດເຊື້ອໃໝ່ທັງໝົດ 1.999 ຄົນ ແລະ ຜູ້ເສຍຊີວິດ 3 ຄົນ. ຂະນະທີ່ຜູ້ຕິດເຊື້ອຢູ່ໂຮງໝໍມີ 368 ຄົນ ໂດຍຜູ້ຕິດເຊື້ອໃນຫ້ອງໄອຊີຢູເພີ່ມຂຶ້ນເປັນ 80 ຄົນ, ແຕ່ຜູ້ຕິດເຊື້ອທີ່ໃຊ້ເຄື່ອງຊ່ວຍຫາຍໃຈຫລຸດລົງຈາກ 43 ຄົນເປັນ 38 ຄົນ.
ສ່ວນນາຍົກລັດຖະມົນຕີ ສະກອດ ມໍຣິສັນ ກ່າວກ່ອນໜ້ານີ້ວ່າ: ບໍ່ຈຳເປັນຕ້ອງໃຊ້ມາດຕະການລັອກດາວອີກຕໍ່ໄປ. ຂະນະທີ່ 91% ຂອງປະຊາກອນທີ່ມີອາຍຸ 16 ປີຂຶ້ນໄປໄດ້ຮັບວັກຊີນ 2 ໂດສແລ້ວ, ແຕ່ຈະໃຊ້ກົນລະຍຸດຮ່ວມກັບໂຄວິດ-19 ຢ່າງລະມັດລະວັງ. ຂະນະທີ່ອັດຕາການປິ່ນປົວຢູ່ໂຮງໝໍຍັງຖືວ່ານ້ອຍຫລາຍເມື່ອທຽບໃສ່ຊ່ວງກາງປີຜ່ານມາ ເຊິ່ງສາຍພັນເດວຕາແພ່ລະບາດຢ່າງໜັກ.

