ລັດຖະມົນຕີຣັດເຊຍເສຍສະຫລະຊີວິດໂດດລົງເຫວ ພະຍາຍາມຊ່ວຍຊ່າງພາບທີ່ຕົກເຫວ ຮ່າງກະແທກໃສ່ຫີນເສຍຊີວິດທັງສອງ

ລັດຖະມົນຕີກະຊວງສະຖານະການສຸກເສີນຂອງຣັດເຊຍເສຍຊີວິດ ຫລັງພະຍາຍາມຊ່ວຍຊ່າງພາບມື່ນຕົກຈາກເຫວ ລະຫວ່າງຖ່າຍທຳສາລະຄະດີການຝຶກແອບພາລະກິດກູ້ໄພ.

ວັນທີ 8 ກັນຍາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເຢບເກນີ ຊິນິເຊບ ລັດຖະມົນຕີກະຊວງສະຖານະການສຸກເສີນຂອງຣັດເຊຍ ເສຍຊີວິດກະທັນຫັນຈາກອຸປະຕິເຫດ ຫລັງພະຍາຍາມຊ່ວຍເຫລືອຊ່າງພາບຄົນໜຶ່ງ ເຊິ່ງມື່ນຕົກຈາກເຫວ ລະຫວ່າງການຖ່າຍທຳສາລະຄະດີພາລະກິດກູ້ໄພໃກ້ເມືອງນໍຣິລ.

ກະຊວງສະຖານະການສຸກເສີນອອກຖະແຫລງການວ່າ: ລັດຖະມົນຕີ ເຢບເກນີ ຊິນິເຊບ ອາຍຸ 55 ປີ ເສຍຊີວິດຂະນະພະຍາຍາມໃຫ້ການຊ່ວຍເຫລືອທ້າວ ອາເລັກຊານເດີ ເມລນິກ ຊ່າງພາບສາລະຄະດີ ໃນຂະນະຖ່າຍທຳວິດີໂອສຳພາດຢູ່ເທິງເຫວ ໂດຍ ເມລນິກ ໄດ້ມືນ ແລະ ຕົກລົງໄປ.

“ທ່ານ ເຢບເກນີ ພະຍາຍາມຈັບ ອາເລັກຊານເດີ ແລະ ໂດດຕາມລາວລົງໄປ ແຕ່ໜ້າເສຍດາຍທີ່ທັງສອງເສຍຊີວິດຫລັງຕົກລົງຈາກເຫວ ເນື່ອງຈາກຮ່າງກະແທກກັບຫີນ” ຂໍ້ຄວາມໃນຖະແຫລງການລະບຸ.

ຂະນະທີ່ ມາກາຣິຕາ ຊິມອນຍານ ບັນນາທິການສຳນັກຂ່າວອາຣທີຂອງຣັດເຊຍ ໄດ້ອອກມາເປີດເຜີຍຜ່ານທາງທະວິດເຕີວ່າ: ລັດຖະມົນຕີ ຊິນິເຊບ ເສຍຊີວິດເນື່ອງຈາກພະຍາຍາມຊ່ວຍຊ່າງພາບຄົນໜຶ່ງທີ່ຕົກຈາກເຫວ.

ຣອຍເຕີລາຍງານໂດຍອ້າງການເປີດເຜີຍຂອງສື່ຣັດເຊຍວ່າ: ອຸປະຕິເຫດດັ່ງກ່າວເກີດຂຶ້ນໃນລະຫວ່າງການຖ່າຍທຳສາລະຄະດີກ່ຽວກັບການຝຶກແອບຂອງກະຊວງສະຖານະການສຸກເສີນ ຢູ່ນ້ຳຕົກຄິຕາໂບ ໂອຣອນ ໃນເຂດອະນຸລັກທຳມະຊາດປູໂຕຣານາ ຫ່າງຈາກເມືອງນໍຣິລໄປທາງຕາເວັນຕົກປະມານ 165 ກິໂລແມັດ ໂດຍ ອາເລັກຊານເດີ ເມລນິກ ຊ່າງພາບສາລະຄະດີ ອາຍຸ 63 ປີ ກໍເສຍຊີວິດເຊັ່ນກັນ.

ທ່ານ ດາມິຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ປະທານາທິບໍດີ ວະລາດິເມຍ ປູຕິນ ຮັບຮູ້ຂ່າວການເສຍຊີວິດຂອງລັດຖະມົນຕີ ເຢບເກນີ ຊິນິເຊບ ແລ້ວ.

ທັງນີ້ທ່ານ ເຢບເກນີ ຊິນິເຊບ ເກີດຢູ່ເມືອງເຊນປີເຕີສະເບິກ ດຳລົງຕຳແໜ່ງລັດຖະມົນຕີກະຊວງສະຖານະການສຸກເສີນຂອງຣັດເຊຍມາແຕ່ປີ 2018.

ກ່ອນໜ້ານີ້, ທ່ານ ຊິນິເຊບ ຮັບໜ້າທີ່ໃນທີມອາລັກຂາ ແລະ ເປັນຜູ້ຊ່ວຍສ່ວນຕົວທີ່ມີຄວາມໃກ້ຊິດກັບປະທານາທິບໍດີ ປູຕິນ ໂດຍມີຮູບຂອງທ່ານປາກົດຢູ່ຄຽງຂ້າງປະທານາທິບໍດີຕາມສື່ຫລາຍເທື່ອ.

ອ້າງອີງ:

https://www.bbc.com/news/58486791

https://www.reuters.com/…/russias-emergencies-minister…/