ປີ້ເຂົ້າຊົມນັດຊີງ ຊູຊຸກິ ຄັບ ໄທ ພົບ ອິນໂດເນເຊຍ ຂາຍຫມົດກ້ຽງໃນພາຍ 1 ຊົ່ວໂມງ

ວັນທີ 27 ທັນວາທີ່ຜ່ານມາ ຄວາມເຄື່ອນໄຫວກ່ອນເກມຮອບຊີງຊະນະເລີດ ການແຂ່ງຂັນຊີງແຊ໊ມອາຊຽນ ເອເອັຟເອັຟ ຊູຊຸກິ ຄັບ 2020 ໃນຮອບຊີງຊະນະເລີດ ທີມຊາດໄທ ຈະພົບກັບ ທີມຊາດອິນໂດເນເຊຍ 2 ນັດ.

ຫລ້າສຸດມີລາຍງານວ່າ ປີ້ເຂົ້າຊົມນັດຮອບຊີງ ເຊິ່ງຝ່າຍຈັດການແຂ່ງຂັນເປີດໃຫ້ຈອງອອນລາຍຜ່ານເວັບໄຊ Ticketmaster.sg ຈຳນວນກວ່າ 10,000 ໃບ ຕັ້ງແຕ່ເວລາ 09:00 ຖືກແຟນບານຈາກທັງສອງຊາດຈອງຫມົດແລ້ວພາຍໃນເວລາພຽງບໍ່ຮອດຊົ່ວໂມງເທົ່ານັ້ນ.

ສຳລັບເກມໃນຮອບຊີງຊະນະເລີດ ຈະແຂ່ງຂັນກັນ 2 ນັດ ທີ່ສະຫນາມເນຊັນແນລ ສະເຕດ້ຽມ ປະເທດສິງກະໂປ ໂດຍນັດທຳອິດແຂ່ງຂັນໃນວັນທີ 29 ວັນວານີ້ ສ່ວນນັດທີ 2 ແຂ່ງຂັນໃນວັນທີ 1 ມັງກອນ ເວລາ 19:30 ຕາມເວລາໃນລາວ.

ຂະນະທີ່ສະຖິຕິທີ່ຜ່ານມາ ລະຫວ່າງ ໄທ ກັບ ອິນໂດເນເຊຍ ໃນຮອບຊີງຊະນະເລີດ ປາກົດວ່າ ທີມຊາດໄທເອົາຊະນະໄດ້ທັງ 3 ຄັ້ງກ່ອນຫນ້ານີ້ໃນປີ 2000, 2002 ແລະ 2016.