ສາທາ ແນະນໍາ 6 ມາດຕະການປ້ອງກັນຕົນເອງໃນການສະຫລອງປີໃໝ່ສາກົນ

ກະຊວງສາທາລະນະສຸກ ສະແດງຄວາມເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງປະຊາຊົນ ພາຍຫລັງເຫັນວ່າໄດ້ມີການແພ່ລະບາດຂອງພະຍາດໂຄວິດ-19 ໃນແຕ່ລະວັນເພີ່ມສູງຂຶ້ນເລື້ອຍໆ ສະເລ່ຍ 1.000 ຄົນຕໍ່ວັນ, ດັ່ງນັ້ນ ເພື່ອຫລຸດຜ່ອນການຕິດເຊື້ອພະຍາດດັ່ງກ່າວໃນໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນ ຮັບປີໃໝ່ສາກົນ 2022 ທີ່ຈະມາເຖິງອີກບໍ່ພໍເທົ່າໃດວັນນີ້ ກໍຄືເທສະການສຳຄັນທາງສາສະໜາຕ່າງໆໂດຍໃນວັນທີ 23 ທັນວານີ້, ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກ ໄດ້ແນະນໍາ 6 ມາດຕະການປ້ອງກັນຕົນເອງຄື:
1) ໃຫ້ຮີບຮ້ອນໄປສັກວັກຊີນ ຖ້າທ່ານບໍ່ທັນໄດ້ສັກ ຫລື ຕາມການປະກາດຂອງຄະນະສະເພາະກິດໃຫ້ໄປສັກເຂັມ 3 ເພາະເຮົາຮູ້ແລ້ວວ່າວັກຊີນສາມາດຫລຸດຜ່ອນຄວາມຮຸນແຮງ ແລະ ເສຍຊີວິດໄດ້;
2) ໃສ່ຜ້າປິດປາກ-ດັງຄືໄດ້ແນະນໍາທຸກຄັ້ງ ແລະ ໃສ່ໃຫ້ຖືກຕ້ອງ, ລ້າງມືໃຫ້ສະອາດກ່ອນ ແລະ ຫລັງທີ່ຮູ້ສຶກໄດ້ສຳພັດມັນ, ການໃສ່ຕ້ອງຮັບປະກັນປົກປິດດັງ-ປາກ ແລະ ຫຸ້ມຄາງ. ທີ່ສຳຄັນພາຍໃຊ້ຜ້າປິດປາກ-ດັງແລ້ວໃຫ້ຖິ້ມໃສ່ຖົງ ແລະ ມັດໃຫ້ແໜ້ນກ່ອນຈະຖິ້ມລົງຖັງຂີ້ເຫຍື້ອ;
3) ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ແລະ ວິທີນີ້ພວກເຮົາຮູ້ແລ້ວວ່າລະອອງທີ່ຕິດເຊື້ອບໍ່ສາມາດກະ ຈາຍເກີນໄລຍະນີ້ໄດ້;
4) ໃຊ້ຜ້າແພມົນ ຫລື ເຈ້ຍອະນາໄມອັດປາກ-ດັງ ຫລື ໃຊ້ແຂນສອກປິດເວລາໄອ-ຈາມ ເພື່ອບໍ່ໃຫ້ລະ ອອງຟົ້ງໄໄປໄກໃສ່ຄົນອ້ອມຂ້າງ;
5) ການໝັ່ນລ້າງມືບໍ່ວ່າດ້ວຍສະບູ ແລະ ຫລືດ້ວຍເຈວທີ່ມີທາດເຫຼົ້າຍັງໄດ້ຜົນດີທີ່ສຸດ;
6) ຫລີກການຢູ່ ຫລື ພົບຄົນໃນສະຖານທີ່ປິດເຊັ່ນ: ຫ້ອງເປີດແອ ຄວນພົບກັນຂ້າງນອກ ຫລື ເປີດປະຕູປ່ອງຢ້ຽມ ແລະ ເດັດຂາດໃຫ້ຫລີກເວັ້ນສະຖານທີ່ໆບໍ່ສາມາດຮັກສາໄລຍະຫ່າງໄດ້ ຫລື ມີຄົນຢູ່ແອອັດຫລາຍ. ຖ້າພວກເຮົາມີສະຕິປ້ອງກັນຕົນເອງຕະຫລອດເວລາ ເຊື່ອວ່າພວກເຮົາຈະຜ່ານວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຫລື ເທສະການທາງສາສະໜາໄດ້ຢ່າງປອດໄພ ແລະ ຈະບໍ່ເຫັນໂຕເລກຫລັງປີໃໝ່ພຸ່ງຂຶ້ນຈົນໜ້າຕົກໃຈ ດັ່ງນັ້ນ, ເມື່ອທ່ານຮູ້ສຶກບໍ່ສະບາຍຄວນໄປພົບແພດທັນທີ ແລະ ກັກໂຕກ່ອນ 14 ວັນແມ່ນວິທີທີ່ທ່ານສາມາດຊ່ວຍຄອບຄົວ ແລະ ສັງຄົມ ກໍຄືປະເທດຊາດໃນການມີສ່ວນຮ່ວມຢຸດການແພ່ເຊື້ອ.

